spot_img
Homeຂ່າວຕ່າງປະເທດກໍາປູເຈຍໄດ້ເລີ່ມກະຈາຍການສັກວັກຊີນເຂັມທີ 4 ເພື່ອຮັບມືກັບໂຄວິດ-19 “ໂອໄມຄຣອນ”

ກໍາປູເຈຍໄດ້ເລີ່ມກະຈາຍການສັກວັກຊີນເຂັມທີ 4 ເພື່ອຮັບມືກັບໂຄວິດ-19 “ໂອໄມຄຣອນ”

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ປະເທດກໍາປູເຈຍເລີ່ມສັກວັກຊີນປ້ອງກັນໂຄວິດ-19 ເຂັມທີ 4 ເພື່ອຮັບມືກັບສາຍພັນໂອໄມຄອນ ໂດຍປະຊາຊົນທີ່ເປັນກຸ່ມສ່ຽງສູງຈະເປັນກຸ່ມທໍາອິດທີ່ໄດ້ຮັບການສັກວັກຊີນເຂັມກະຕຸ້ນນີ້.

ເຈົ້າໜ້າທີ່ທາງການແພດດ່ານໜ້າ ແລະ ເຈົ້າໜ້າທີ່ທະຫານທີ່ເປັນໜຶ່ງໃນກຸ່ມທີ່ເຂົ້າຮັບການສັກວັກຊີນ ທີ່ໂຮງໝໍ ແລະ ຄີນິກຕ່າງໆ. ນອກຈາກນີ້, ຄະນະລັດຖະມົນຕີລວມເຖິງນາຍົກລັດຖະມົນຕີທ່ານ ຮຸນເຊນ ກໍໄດ້ຮັບການສັກວັກຊີນເຂັມກະຕຸ້ນອີກດ້ວຍ.

ທ່ານ ຮຸນເຊນ ໄດ້ຮຽກຮ້ອງໃຫ້ປຊາຊົນກໍາປູເຈຍທຸກຄົນເຂົ້າຮັບການສັກວັກຊີນໃຫ້ຄົບຖ້ວນລວມເຖິງເຂັມກະຕຸ້ນ ໂດຍບອກວ່າເປັນຫົນທາງດຽວທີ່ຈະເຮັດໃຫ້ຄອອບຄົວ ແລະ ຊຸມຊົນປອດໄພຈາກໂຄວິດ-19 ແລະ ໃນຂະນະດຽວກັນນັ້ນການປະຊາສໍາພັນໃຫ້ປະຊາຊົນເຂົ້າຮັບການສັກວັກຊີນເຂັມທີ 3 ນັ້ນກໍຍັງຄົງດໍາເນີນຕໍ່ໄປເລື້ອຍໆ.

ປະເທດກໍາປູເຈຍໄດ້ມີການເປີດປະເທດຕ້ອນຮັບນັກທ່ອງທ່ຽວທີ່ໄດ້ຮັບການສັກວັກຊີນຄົບຖ້ວນນັບຕັ້ງແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນມາ ໂດຍມີເປົ້າໝາຍທີ່ຈະຟື້ນຟູກິດຈະກໍາທາງເສດຖະກິດ ແລະ ສັງຄົມຂອງປະເທດ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...