spot_img
Homeນານາສາລະກິນ “ໄຂມັນທີ່ດີ” ຫຼຸດອັດຕາການຕາຍໄດ້

ກິນ “ໄຂມັນທີ່ດີ” ຫຼຸດອັດຕາການຕາຍໄດ້

Published on

ທີມນັກຄົ້ນຄວ້າວິໄຈທາງດ້ານການແພດ ຂອງຕ່າງປະເທດລາຍງານວ່າ ການສົ່ງເສີມໃຫ້ປະຊາຊົນບໍລິໂພກໄຂມັນທີ່ດີ ເຊິ່ງຄົ້ນພົບໃນນໍ້າມັນໝາກກອກ ຫຼືປາ ສາມາດຊ່ວຍປ້ອງກັນການເສຍຊີວິດຂອງປະຊາຊົນໄດ້ຫຼາຍກວ່າ 1 ລ້ານຄົນຕໍ່ປີ, ຫຼັງຈາກຜົນການສຶກສາລ່າສຸດພົບວ່າມີຜູ້ເສຍຊີວິດຈາກພະຍາດໂລກປະຈຳຕົວ ເຊິ່ງເປັນການໄດ້ຮັບໄຂມັນທີ່ດີບໍ່ພຽງພໍນັ້ນ ມີຈຳນວນຫຼາຍກວ່າຜູ້ທີ່ເສຍຊີວິດຈາກການກິນໄຂມັນອິ່ມຕົວຫຼາຍເກີນໄປ ເຖິງ 3 ເທົ່າຕົວ.

ການວິໄຈດັ່ງກ່າວ, ໃຊ້ວິທີການກວດວິເຄາະຂໍ້ມູນດ້ານໂຄສະນາການ ແລະອັດຕາການຕາຍຂອງປະຊາຊົນຈາກໂລກຫົວໃຈ, ໃນ 186 ປະເທດທົ່ວໂລກ. ໃນປີ 2010 ໂດຍທີມວິໄຈພົບວ່າ ສ່ວນໜຶ່ງຂອງການເສຍຊີວິດຈາກໂລກຫົວໃຈ ໃນປີນັ້ນ ຈຳນວນ 711.800 ຄົນ ເປັນການເສຍຊີວິດຈາກການກິນໄຂມັນທີ່ດີຕໍ່ສຸຂະພາບ ຫຼືໄຂມັນ “ໂອເມກາ 6” ໜ້ອຍເກີນໄປ ຄິດເປັນສັດສ່ວນ 10,3% ຂອງຈຳນວນຜູ້ເສຍຊີວິດຈາກໂລກຫົວໃຈທັງໝົດ.

ແຕ່ໃນຂະນະດຽວກັນນີ້ມີຜູ້ເສຍຊີວິດຈາກການກິນໄຂມັນອິ່ມຕົວຫຼາຍເກີນໄປມີພຽງ 250.000 ຄົນຂອງຜູ້ທີ່ຕາຍດ້ວຍໂລກຫົວໃຈທັງໝົດ ເຊິ່ງສະແດງໃຫ້ເຫັນວ່າ ການສົ່ງເສີມໃຫ້ບໍລິໂພກໄຂມັນ ໂອເມກາ 6 ໃຫ້ຫຼາຍຈະເປັນການດີຕໍ່ສຸຂະພາບ ແລະຊ່ວຍລົດປະລິມານການເສຍຊີວິດຈາກພະຍາດໂລກຫົວໃຈໄດ້ຫຼາຍກວ່າ.

 

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...