spot_img
Homeຂ່າວຕ່າງປະເທດກຳປູເຈຍສັ່ງຫ້າມຊື-ຂາຍ ຫຼື ບໍລິໂພກຊີ້ນໝາ! ຜູ້ຝ່າຝືນຈຳຄຸກ 5 ປີ

ກຳປູເຈຍສັ່ງຫ້າມຊື-ຂາຍ ຫຼື ບໍລິໂພກຊີ້ນໝາ! ຜູ້ຝ່າຝືນຈຳຄຸກ 5 ປີ

Published on

ສຳນັກຂ່າວ BBC ລາຍງານວ່າ ແຂວງ ສຽມຣາດ ປະເທດກຳປູເຈຍ ສັ່ງຫ້າມການຊື້-ຂາຍ ແລະ ບໍລິໂພກຊີ້ນໝາແລ້ວ ເມື່ອວັນທີ 8 ກໍລະກົດທີ່ຜ່ານມາ. ຖືວ່າເປັນແຂວງທຳອິດຂອງປະເທດທີ່ໃຊ້ມາດຕະການດັ່ງກ່າວ ໂດຍຜູ້ຝ່າຝືນຈະມີໂທດຈຳຄຸກສູງສຸດ 5 ປີ ຫຼື ປັບເງິນລະຫວ່າງ 7 ລ້ານ ຫາ 50 ລ້ານຣຽວກຳປູເຈຍ.

ທັງນີ້, ການບໍລິໂພກຊີ້ນໝາໃນກຳປູເຈຍແມ່ນບໍ່ໄດ້ຮັບຄວາມນິຍົມຫຼາຍ ໂດຍມີປະຊາຊົນທີ່ບໍ່ລິໂພກຊີ້ນໝາເປັນປະຈຳພຽງ 12% ຂອງປະຊາກອນທັງໝົດ ຕາມການເປີດເຜີຍຂໍ້ມູນຂອງອົງການສິດທິສັດ ‘Four Paws’. ຢ່າງໃດກໍ່ຕາມ, Four Paws ອ້າງວ່າ ແຂວງສຽມຣາດ ຖືເປັນສູນກາງສຳຄັນໃນການຊື້-ຂາຍຊີ້ນໝາໃນປະເທດ.

ຜູ້ອຳນວຍການກົມກະສິກຳ, ປ່າໄມ້ ແລະ ການປະມົງ ແຂວງ ສຽມຣາດກ່າວກັບນັກຂ່າວຣອຍເຕີວ່າ ນັກທ່ອງທ່ຽວຄືສາເຫດຫຼັກທີ່ເຮັດໃຫ້ຄວາມຕ້ອງການຊີ້ນໝາໃນແຂວງມີເພີ່ມສູງຂຶ້ນ.

ຈາກການລາຍງານຂອງ Humane Society International (HSI) ພົບວ່າໃນອາຊີມີໝາກວ່າ 30 ລ້ານໂຕ ຖືກນຳມາເປັນອາຫານ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...