spot_img
Homeຂ່າວພາຍ​ໃນການເສຍຄ່າທຳນຽມທາງ 2021​ ຈະສິ້ນສຸດ 31​ ມີນານີ້

ການເສຍຄ່າທຳນຽມທາງ 2021​ ຈະສິ້ນສຸດ 31​ ມີນານີ້

Published on

ກະຊວງການເງິນອອກແຈ້ງການ ໃນວັນທີ​ 20​ ມັງກອນ​ 2021​ ເຖິງບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງ ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະທຸກປະເພດ ໃນທົ່ວປະເທດກຳນົດ​ ການເສຍຄ່າທຳນຽມທາງ 2021​ ຈະສິ້ນສຸດ 31​ ມີນານີ້ ເຊິ່ງມີລາຍລະອຽດດັ່ງນີ້:

1. ໃນປີ 2021 ໄລຍະເວລາຂອງການເສຍຄ່າທຳນຽມທາງ ແມ່ນຈະສິ້ນສຸດໃນວັນທີ 31 ມີນາ 2021 ເຊິ່ງບຸກຄົນ,​ ນິຕິບຸກຄົນ ແລະ​ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະທຸກປະເພດ ໃນຂອບເຂດທົ່ວປະເທດ ມີພັນທະເສຍຄ່າທໍານຽມທາງປະຈຳປີ, ຖ້າບໍ່ເສຍຄ່າທໍານຽມທາງຕາມໄລຍະເວລາດັ່ງກ່າວທີ່ໄດ້ກຳນົດໄວ້ ຈະຖືກປັບໃໝຕາມແຕ່ລະກໍລະນີ.​

2. ກໍລະນີ ບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື​ ນຳໃຊ້ຍານພາຫະນະ ຫາກຍັງບໍ່ທັນໄດ້ເສຍຄ່າທຳນຽມທາງໃນປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ໄດ້ກຳນົດໃນລັດຖະບັນຍັດ ວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະຖືກປະຕິບັດມາດຕະການປັບໃໝດັ່ງນີ້:

  • ຖືກປັບໃຫມ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງຕໍ່ປີ ກໍລະນີບໍ່ໄດ້ເສຍຄ່າທຳນຽມທາງ ນັບແຕ່ປີ 2017,​ 2018 ແລະ 2019.​
    -ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ ກໍລະນີບໍ່ໄດ້ເສຍຄ່າທໍານຽມທາງ ໃນປີ 2020.

3. ການຊຳລະເງິນຄ່າທຳນຽມທາງ ແມ່ນໃຫ້ຊຳລະຜ່ານລະບົບທະນາຄານດ້ວຍ 6 ທາງເລືອກຄື: ຊຳລະຜ່ານລະບົບເຄົາເຕີທະນາຄານ (Counter); ຊຳລະຜ່ານທາງອອນລາຍ (ຊໍາລະຜ່ານ BCEL One ຫຼື BCEL i-bank ແລະ​ ຊ່ອງທາງອອນລາຍທະນາ ຄານຕົວແທນ); ຊຳລະຜ່ານຕູ້ເອທີເອັມ (ATM); ຊຳລະຜ່ານຕູ້ອັດຕະໂນມັດ​ (Kiosk), ຊຳລະຜ່ານຈຸດໃຫ້ບໍລິການ ທີ່ໄດ້ຮັບອະນຸຍາດ ​(BCOME) ແລະ​ ຊຳລະຜ່ານທະນາຄານຕົວແທນ.​

4. ສຳລັບ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃຫມ່ (ພາຫະນະອອກຮ້ານ) ໃນເດືອນຕຸລາ ຫາ​ ເດືອນ ທັນວາ 2021 ແມ່ນໃຫ້ເລີ່ມເສຍຄ່າທໍານຽມທາງໃນປີຖັດໄປ.​

5. ເຈົ້າໜ້າທີ່ຈະລະຈອນ ຈະເຮັດຫນ້າທີ່ກວດກາ, ຊຸກຍູ້ການເສຍຄ່າທໍານຽມທາງ ແລະ​ ນໍາໃຊ້ມາດຕະການຕໍ່ຜູ້ລະເມີດການເສຍຄ່າທຳນຽມທາງ ໃນຂອບເຂດທົ່ວປະເທດ.​

6. ມອບໃຫ້ພະແນກການເງິນແຂວງ, ນະຄອນຫລວງ ສົມທົບກັບສ່ວຍສາອາກອນປະຈໍາແຂວງ,​ນະຄອນຫລວງ, ການເງິນເມືອງ, ສ່ວຍສາອາກອນປະຈໍາເມືອງ, ນະຄອນ ປະສານສົມທົບກັບການປົກຄອງທ້ອງຖີ່ນ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ເຜີຍແຜ່ ການຈັດຕັ້ງປະຕິບັດການເສຍຄ່າທຳນຽມທາງປະຈໍາປີ 2011 ໃຫ້ມີປະສິດທິຜົນ, ໂປ່ງໃສ​ ແລະ ຮັບປະກັນການເກັບລາຍຮັບດັ່ງກ່າວ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...