spot_img
Homeຂ່າວຕ່າງປະເທດການລະບາດຂອງພະຍາດໄຂ້ຫວັດສັດປີກໃນອິດສະລາແອນ ຮຸນແຮງຫຼາຍທີ່ສຸດໃນປະຫວັດສາດ

ການລະບາດຂອງພະຍາດໄຂ້ຫວັດສັດປີກໃນອິດສະລາແອນ ຮຸນແຮງຫຼາຍທີ່ສຸດໃນປະຫວັດສາດ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທາງພາກເໜືອຂອງປະເທດອິດສະລາແອນກໍາລັງພົບກັບບັນຫາການລະບາດຂອງພະຍາດໄຂ້ຫວັດສັດປີກ ເຊິ່ງຜົນເຮັດໃຫ້ນົກອົບພະຍົບໜີປະມານ 5,200 ໂຕ ແລະ ເຮັດໃຫ້ທາງການຂອງອິດສະລາແອນຕ້ອງໄດ້ຕັດສິນໃຈຂ້າໄກ່ທີ່ຢູ່ໃນຟາມໄປຫຼາຍກວ່າ 5 ແສນໂຕ ເພື່ອຄວບຄຸມການະບາດຄັ້ງໃຫຍ່ນີ້.

ທ່ານ ອູຣິ ນາເວ ນັກວິທະຍາສາດອາວຸໂສ ຈາກສໍານັກງານອຸທິຍານ ແລະ ທໍາມະຊາດອິດສະລະແອນໄດ້ບອກວ່າ ການລະບາດຍັງບໍ່ສາມາດຄວບຄຸມໄດ້ ມີນົກຈໍານວນຫຼາຍທີ່ບິນມາຕາຍໃນແມ່ນໍ້າ ເຊິ່ງເຮັດໃຫ້ເກີດມີຄວາມຫຍຸ້ງຍາກໃນການເກັບຊາກນົກທີ່ຕາຍ, ສ່ວນລັດຖະມົນຕີກະຊວງຄຸ້ມຄອງສິ່ງແວດລ້ອມໄດ້ລະບຸວ່າ ວິກິດການໃນຄັ້ງນີ້ສ້າງຄວາມເສຍຫາຍຕໍ່ກັບສັດປ່າຫຼາຍທີ່ສຸດໃນປະຫວັດສາດຂອງປະເທດ ແລະ ຂອບເຂດຄວາມເສຍຫາຍແມ່ນຍັງບໍ່ທັນມີການລະບຸຢ່າງຊັດເຈນ.

ທັງນີ້, ໃນແຕ່ລະປີຈະມີນົກອົບພະຍົບບິນຜ່ານປະເທດອິດສະລາແອນປະມານ 500,000 ໂຕ ເພື່ອເດີນທາງໄປປະເທດອາຟຣິກາ ແລະ ກໍຍັງມີນົກຈໍານວນໜຶ່ງທີ່ຍັງອາໄສຢູ່ຕໍ່ໄປ. ເຖິງຢ່າງໃດກໍຕາມ, ທາງດ້ານສໍານັກງານນາຍົກລັດຖະມົນມີເປີດເຜີຍກັບເຈົ້າໜ້າທີ່ກະຊວງກະສິກໍາ, ສິ່ງແວດລ້ອມ ແລະ ສາທາລະນະສຸກ ໄດ້ມີການຕິດຕາມສະຖານະການເປັນຢ່າງດີ ໂດຍທີ່ຍັງບໍ່ທັນມີຂໍ້ມູນວ່າມະນຸດມີການຕິດເຊື້ອນີ້ຫຼືບໍ່.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...