spot_img
Homeຂ່າວທ້ອງຖິ່ນການຈອດລົດເທິງທາງຍ່າງ ຍັງມີໃຫ້ເຫັນຢູ່ໃນຕົວເມືອງ ເຖິງຈະມີແຈ້າການອອກມາແລ້ວກໍ່ຕາມ

ການຈອດລົດເທິງທາງຍ່າງ ຍັງມີໃຫ້ເຫັນຢູ່ໃນຕົວເມືອງ ເຖິງຈະມີແຈ້າການອອກມາແລ້ວກໍ່ຕາມ

Published on

ຫຼັງຈາກທີ່ເຈົ້າແຂວງນະຄອນຫຼວງວຽງຈັນໄດ້ອອກແຈ້ງການສັ່ງຫ້າມໃຫ້ປະຊາຊົນຈອດລົດຢູ່ເທິງທາງຍ່າງ ແຕ່ທຸກມື້ນີ້ເຮົາຍັງເຫັນລົດຈຳນວນຫຼາຍທີ່ຍັງຈອດໃນລັກສະນະນັ້ນຢູ່; ໃນຂະນະທີ່ຄົນສັນຈອນໂດຍການຍ່າງ ຈຳເປັນຕ້ອງລົງໄປຍ່າງຢູ່ຖະໜົນ ເຊິ່ງອາດຈະເປັນອັນຕະລາຍຕໍ່ເຂົາເຈົ້າ ເພາະມີລົດສັນຈອນໄປມາເລື່ອຍໆ. ການຊອກຫາບ່ອນຈອດລົດເປັນສິ່ງທີ່ຍາກລຳບາກສຳຫຼັບຄົນຂັບລົດ ໂດຍສະເພາະຕອນກາງເວັນທີ່ເປັນຊ່ວງເວລາເຮັດວຽກຂອງຫຼາຍໆຄົນ ການຈອດເທິງທາງຍ່າງກາຍເປັນສິ່ງທີ່ຈຳເປັນ ເພື່ອສະໜອງຄວາມສະດວກສະບາຍຂອງຜູ້ຂັບລົດ. ຍ້ອນບໍ່ມີການຈັດສັນບ່ອນຈອດລົດໃຫ້ຖືກບ່ອນແລະເປັນລະບຽບ ຜູ້ຂັບຂີ່ຈຶງຈຳເປັນຕ້ອງຂຶ້ນມາຈອດເທິງທາງຍ່າງ ເພື່ອຄວາມສະດວກສະບາຍ ແຕ່ຄົນທີ່ຕ້ອງໃຊ້ທາງຍ່າງໃນການສັນຈອນ ຕ້ອງໄດ້ຢູ່ກັັບຄວາມສ່ຽງໂດຍການລົງມາຍ່າງເທິງຖະໜົນແທນ.

ບັນຫາເລື່ອງການຈອດລົດຜິດລະບຽບຖືເປັນອີກບັນຫາໜຶ່ງໃນລາວທີ່ຍາກຈະແກ້ໄຂ ຖ້າບໍ່ມີການຈັດການທີ່ດີຫຼືມີການເຝິກວິໄນຂອງຜູ້ນຳໃຊ້ລົດ. ເຮົາຢາກຈະຖາມຜູ້ອ່ານວ່າມີຄວາມຄິດເຫັນຈັ່ງໃດຕໍ່ບັນຫານີ້? ຄິດວ່າບັນຫານີ້ມີທາງແກ້ຫຼືບໍ?

ໃນເມື່ອມີລົດຈອດເຕັມທາງຍ່າງ, ຄົນຈຶງຕ້ອງລົງມາຍ່າງເທິງຖະໜົນ

 

ແຈ້ງການຫ້າມຈອດລົດເທິງທາງຍ່າງ

ຮຽບຮຽງໂດຍ ວະນິດາ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...