spot_img
Homeຂ່າວທ້ອງຖິ່ນການຄ້າລາວປະຈຳເດືອນເມສາຂາດດຸນການຄ້າປະມານ 112 ລ້ານໂດລາ

ການຄ້າລາວປະຈຳເດືອນເມສາຂາດດຸນການຄ້າປະມານ 112 ລ້ານໂດລາ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ສູນຂໍ້ມູນ-ຂ່າວສານທາງການຄ້າຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ ເມສາ 2020 ບັນລຸໄດ້ປະມານ 529 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 208 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 320 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 112 ລ້ານໂດລາ.

ໝວດສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 208 ລ້ານໂດລາ ເຊັ່ນ: ເຫຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາ, ໝາກກ້ວຍ 21 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 21 ລ້ານໂດລາ, ຄຳປະສົມ, ຄຳແທ່ງ 12 ລ້ານໂດລາ, ມັນຕົ້ນ 11 ລ້ານໂດລາ, ໝາກໄມ້  (ໝາກໂມ, ໝາກໜອດ, ໝາກຂາມ…) 10 ລ້ານໂດລາ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 10 ລ້ານໂດລາ, ແຮ່ທອງ 10 ລ້ານໂດລາ ເກືອກາລີ 9 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 5 ລ້ານໂດລາ.

ໝວດສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 320 ລ້ານໂດລາ ປະກອບມີສິນຄ້າ ເຊັ່ນ: ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ) 30 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 30 ລ້ານໂດລາ, ນໍ້າມັນກາຊວນ 25 ລ້ານໂດລາ, ສັດທີ່ມີຊີວິດ 20 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 17 ລ້ານໂດລາ, ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ) 14 ລ້ານໂດລາ, ໄຟຟ້າ 13 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 12 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 11 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 6 ລ້ານໂດລາ.

ທັງນີ້ 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ປະກອບມີ: ສປ ຈີນ ມູນຄ່າປະມານ 79 ລ້ານໂດລາ, ສສ ຫວຽດນາມ 54 ລ້ານໂດລາ, ໄທ 45 ລ້ານໂດລາ, ສະວິດ 12 ລ້ານໂດລາ ແລະ ເຢຍລະມັນ 4 ລ້ານໂດລາ. ໃນຂະນະທີ່ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີປະເທດ ໄທ ມີມູນຄ່າປະມານ 182 ລ້ານໂດລາ, ສປ ຈີນ 72 ລ້ານໂດລາ, ສສ ຫວຽດນາມ 31 ລ້ານໂດລາ, ຍີ່ປຸ່ນ 10 ລ້ານໂດລາ ແລະ ອາເມຣິກາ 9 ລ້ານໂດລາ ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນເມສາ 2020 ນີ້ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...