spot_img
Homeຂ່າວການພັດທະນາກະຊວງພະລັງງານ ແລະ ບໍ່ແຮ່ ຫາລືແຜນພັດທະນາພະລັງງານທົດແທນ

ກະຊວງພະລັງງານ ແລະ ບໍ່ແຮ່ ຫາລືແຜນພັດທະນາພະລັງງານທົດແທນ

Published on

lao discussion

ໃນວັນທີ 30 ມິຖຸນານີ້, ຢູ່ສະ ຖາບັນສົ່ງເສີມພະລັງງານທົດ ແທນ, ກະຊວງພະລັງ ງານ ແລະ ບໍ່ແຮ່, ໄດ້ມີກອງປະຊຸມປຶກສາຫາລື ກ່ຽວກັບແຜນງານຮ່ວມມືທາງ ດ້ານພະລັງງານທົດແທນ ແລະ ສິ່ງ ແວດລ້ອມໄລຍະ II ເພື່ອເຮັດໃຫ້ ການພັດ ທະນາດ້ານພະລັງງານມີ ປະສິດທິພາບ ແລະ ມີຄວາມຍືນ ຍົງ, ໂດຍການເປັນ ປະທານຂອງ ທ່ານ ຈັນໂທ ມີລັດຕະນະແພງ ຮອງຫົວໜ້າສະຖາບັນສົ່ງເສີມພະລັງ ງານທົດແທນ ແລະ ທ່ານ ມາໂກ ຊີຣີເນັນ ທີ່ປຶກສາສະຖານທູດແຟັງ ລັງປະຈໍາ ນະຄອນຫລວງຮ່າໂນ້ຍ.

ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ປືກສາຫາລືແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດບັນດາໂຄງ ການໄລ ຍະຜ່ານມາເພື່ອນໍາມາເປັນພື້ນຖານອ້າງອີງໃຫ້ແກ່ການພັດທະນາໂຄງການໄດ້ຢ່າງມີປະສິດທິພາບ ແລະ ມີຄວາມຍືນຍົງ ຕະ ຫລອດໄປ. ລັດຖະບານລາວ, ຍາມໃດກໍຖືເອົາການພັດທະນາພະລັງງານທົດແທນເປັນທ່າແຮງ ທີ່ສໍາຄັນປະກອບ ສ່ວນ

ໃຫ້ແກ່ການພັດ ທະນາປະເທດໂດຍການພັດທະນາພະລັງງານທີ່ສະອາດໃຫ້ແກ່ສັງ ຄົມ, ຮັບປະກັນຄວາມຍືນຍົງ ແລະ ການເຕີບໂຕສີຂຽວ, ເຊິ່ງສະແດງ ອອກໃນຍຸດທະສາດການພັດທະ ນາພະລັງງານທົດ ແທນໄດ້ກໍານົດໄວ້ເຖິງປີ 2025 ຈະໃຫ້ມີພະລັງ ງານທົດແທນນໍາໃຊ້ໃນສັງຄົມ ກວມເຖິງ 30%, ຂອງການຊົມ ໃຊ້ພະລັງງານທັງໝົດ, ສະນັ້ນ ຈຶ່ງ ຈໍາເປັນຕ້ອງຄົ້ົ້ນຄວ້າຫາການສະ ໜັບສະໜູນບໍ່ວ່າຈະເປັນທາງດ້ານ ເຕັກໂນໂລຊີ, ປະສົບປະການລວມ ເຖິງງົບ ປະມານຈາກພາກລັດ ແລະ ການສະໜັບສະໜູນຈາກປະເທດ ເພື່ອນມິດທັງຫລາຍພະ ລັງງານທົດແທນແມ່ນປັດໄຈພື້ນ ຖານສໍາລັບ ຄວາມຕ້ອງການໃນການດໍາລົງຊີ ວິດຂອງມະນຸດ ແລະ ທັງເປັນກົນ ໄກທີ່ສໍາຄັນຂອງການພັດທະນາ ເສດຖະກິດ-ສັງຄົມຈາກການເພີ່ມຂຶ້ນທາງດ້ານປະຊາກອນ ແລະ ການຂະຫຍາຍຕົວ ທາງດ້ານເສດ ຖະກິດ. ໄລຍະຜ່ານມາຄວາມ ຕ້ອງການພະລັງງານມີການເພີ່ມ ຂຶ້ນ, ບັນດາປະເທດໃນໂລກຖືວ່າ ພະລັງງານທີ່ສະອາດຕ້ອງເປັນມິດ ກັບສິ່ງແວດລ້ອມ, ສໍາລັບໃນຂົງ ເຂດອາຊຽນກໍໄດ້ພະຍາຍາມສູງ ໃນການພັດ ທະນາພະລັງງານທົດ ແທນປະເພດຕ່າງໆເພື່ອ ຮອງຮັບ ຄວາມຕ້ອງການໃນການພັດທະ ນາເສດຖະກິດ-ສັງຄົມພາຍໃນປະ ເທດໂດຍໄດ້ກໍານົດບັນດາຍຸດທະ ສາດ ແລະ ນະໂຍບາຍທີ່ສອດຄ່ອງ ກັບຄວາມເປັນຈິງຂອງແຕ່ລະປະເທດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...