spot_img
Homeມຸມຂ່າວ AECກອງປະຊຸມ ລັດຖະມົນຕີວັດທະນະທຳອາຊຽນ ຄັ້ງທີ 7 ໄຂຂຶ້ນຢ່າງເປັນທາງການ ຢູ່ປະເທດບຣູໄນ

ກອງປະຊຸມ ລັດຖະມົນຕີວັດທະນະທຳອາຊຽນ ຄັ້ງທີ 7 ໄຂຂຶ້ນຢ່າງເປັນທາງການ ຢູ່ປະເທດບຣູໄນ

Published on

ກອງປະຊຸມລັດຖະມົນຕີວັດທະນະທຳອາຊຽນ ຄັ້ງທີ 7 (AMCA-7) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 24/8/2016 ທີ່ນະຄອນຫລວງ ບັນດາເສຣີເບກາວັນ, ບຣູໄນດາຣູຊາລາມ ໂດຍການເຂົ້າຮ່ວມຂອງ ບັນດາລັດຖະມົນຕີວັດທະນະທຳ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ.

ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສ  ດ້ານວັດທະນະທຳລາວ ເຂົ້າຮ່ວມ. ຜົນສຳເລັດຂອງ ຄະນະຜູ້ແທນລາວ ໃນກອງປະຊຸມ AMCA-7 ທີ່ບຣູນາຍ ຄັ້ງນີ້ໄດ້ຜ່ານເອກະສານທີ່ສຳຄັນທີ່ສຸດ ສຳລັບວຽກງານວັດທະນະທຳອາຊຽນ ​ເຊິ່ງສະເໜີໂດຍ ສປປ ລາວ ຄື: Vientiane Declaration on Reinforcing Cultural Heritage Cooperation in ASEAN ​ເຊິ່ງຈາກນີ້ ກໍຈະນຳໄປຮັບຮອງເອົາຢູ່ທີ່ກອງປະຊຸມສຸດຍອດອາຊຽນ (ASEAN Summit) ທີ່ ສປປ ລາວ ຈະເປັນເຈົ້າພາບທີ່ວຽງຈັນ, ໃນເດືອນກັນຍາ, 2016 ທີ່ຈະເຖິງນີ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...