spot_img
Homeຄລິບ-ວິດີໂອດັງລະເບີດອີກບາດໜຶ່ງ ກັບເພງ "ເຈົ້າຄື..." ຫຼັງຖືກປະກອບວິດີໂອໃສ່ຕື່ມ

ດັງລະເບີດອີກບາດໜຶ່ງ ກັບເພງ “ເຈົ້າຄື…” ຫຼັງຖືກປະກອບວິດີໂອໃສ່ຕື່ມ

Published on


ເພງ ເຈົ້າຄື… ແມ່ນເພງປະກອບງານ ປະກາດລາງວັນດວງຈຳປາ ເຊິ່ງເປັນງານປະກາດລາງວັນໃຫ້ນັກສິລະປິນ ສາຂານັກຮ້ອງ ຈັດງານໂດຍ: ບໍລິສັດ ແສງດາລາ ຄອມມູນິເຄຊັ່ນ ຈຳກັດ. ເພງນີ້ຖືກແຕ່ງຂຶ້ນໃສ່ງານຄັ້ງທຳອິດໃນປີ 2008

ແຕ່ງໂດຍ: ສັກ ເຊວ
ຮ້ອງໂດຍ: ບີ້ ວິສເປີ
ດົນຕີ: ໂນ້ ມະໂນໄຊ
ຕັດຕໍ່ວິດີໂອ: ຄາວຽກໂປຣດັກຊັ່ນ (ພໍ່ລູກອ່ອນ ຖາວອນສີທະລັງ)

ເຈົ້າຄື…. ດົນຕີເປັນທຸກສິ່ງທຸກຢ່າງ ໃຫ້ກຳລັງໃຈ ໃຫ້ພະລັງ ໃຫ້ຄວາມສຸກ ໃຫ້ຄວາມເບີກບານມ່ວນຊື່ນ ເຈົ້າບໍ່ມີພິດໄພ ດົນຕີຢູ່ທຸກທີ່ ຢູ່ກັບທຸກຄົນ ຢູ່ກັບຄົນທຸກສະຖານະການ ບໍ່ວ່າຈະຍາມທຸກ ຫຼືສຸກ
ຫຼືບາງຄົນອາດຈະຄິດວ່າ ເຈົ້າຄື… ໝາຍເຖິງ ຄົນຮັກ ກໍຫາກຖືກ ເພາະການແຕ່ງເພງນີ້ຂຶ້ນມານັ້ນ ແມ່ນມີຈຸດປະສົງໃຫ້ສາມາດຕີຄວາມໝາຍໄດ້ສອງແງ່ຢູ່ແລ້ວ

ແອັດມິນຊຽງ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)