spot_img
Homeຂ່າວພາຍ​ໃນໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ຈະເດີນເຄື່ອງຜະລິດໄຟຟ້າ ຢ່າງເປັນທາງການ ມື້ອື່ນນີ້!

ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ຈະເດີນເຄື່ອງຜະລິດໄຟຟ້າ ຢ່າງເປັນທາງການ ມື້ອື່ນນີ້!

Published on

hongsa-power

ຂປລ. ໂຄງການກໍ່ສ້າງ ໂຮງໄຟຟ້າພະລັງຄວາມຮ້ອນຈາກຖ່ານ ທີ່ເມືອງຫົງສາ ແຂວງໄຊຍະບູລີ ມາຮອດ ປັດຈຸບັນໄດ້ສຳເລັດແລ້ວເກືອບ 100% ແລະ ຈະມີພິທີເປີດນໍາໃຊ້ຢ່າງເປັນທາງການຂຶ້ນ ໃນວັນທີ 9 ທັນວາ 2015 ໂດຍຈະມີການນຳຂັ້ນສູງ ເຂົ້າຮ່ວມ. ສປປ ລາວ ຈະມີໂຮງໄຟຟ້າ ພະລັງຄວາມຮ້ອນ ໃຫຍ່ທີ່ສຸດໃນປະເທດ ອັນຈະສ້າງຄວາມເຂັ້ມແຂງ ທາງດ້ານເສດຖະກິດ ແລະ ຄວາມຈະເລີນຮຸ່ງເຮືອງ ທັງເພີ່ມຄວາມສາມາດສູງ ໃນການສະໜອງພະລັງງານໃຫ້ແກ່ສອງປະເທດ ລາວ-ໄທ.

ບໍລິສັດ ໄຟຟ້າຫົງສາ ພາວເວີ ຈຳກັດ ໄດ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດໃນການດຳເນີນໂຄງການນີ້ ເຊິ່ງເລີ່ມມາແຕ່ປີ 2010  ຮອດປີ 2015 ໄດ້ສຳເລັດການກໍ່ສ້າງເຕົາຜະລິດກະແສໄຟຟ້າ 2 ໜ່ວຍ ໂດຍໜ່ວຍທີ 1 ໄດ້ ເລີ່ມການຜະລິດໄຟຟ້າ ໃນເດືອນມິຖຸນາ ແລະ ໜ່ວຍທີ 2 ໄດ້ດຳເນີນການຜະລິດ ໃນຕົ້ນເດືອນພະຈິກ ທີ່ຜ່ານມາ ເຊິ່ງ ມີກຳລັງການຜະລິດໜ່ວຍລະ 626 ເມກາວັດ ແລະ ໄດ້ຈ່າຍເຂົ້າສູ່ລະບົບການໄຟຟ້າ ຝ່າຍຜະລິດ ແຫ່ງປະເທດໄທແລ້ວ, ສ່ວນໜ່ວຍທີ 3 ຈະໃຫ້ສຳເລັດໃນເດືອນມີນາ ປີ 2016 ເມືອເຖິງເວລານັ້ນ ໜ່ວຍຜະລິດໄຟຟ້າທັງສາມໜ່ວຍ ກໍຈະມີ ກຳລັງການຜະລິດລວມ 1.878 ເມກາວັດ. ໃນນັ້ນຈະຂາຍໃຫ້ໄທ 1.473 ເມກາວັດ ເປັນເວລາ 25 ປີ ຂອງໄລຍະສຳປະທານ ແລະ ໃຫ້ລັດ ວິສາຫະກິດໄຟຟ້າລາວ 100 ເມກາວັດ, ດ້ວຍມູນຄ່າ ການກໍ່ສ້າງທັງໝົດ 3,700 ກວ່າລ້ານໂດລາສະຫະລັດ ຫລື ເກືອບ 30.000 ຕື້ກີບ.

ໂຮງໄຟຟ້າແຫ່ງນີ້ໄດ້ຮັບການອອກແບບ ໃນການກໍ່ສ້າງທີ່ໄດ້ມາດຕະຖານສາກົນ, ເປັນໂຮງໄຟຟ້າພະລັງ ຄວາມຮ້ອນຜະລິດຈາກຖ່ານຫີນ ທີ່ສະອາດ ເປັນມິດກັບສິ່ງແວດລ້ອມ, ທັງມີການຕິດຕັ້ງອຸປະກອນດັກຈັບຄາບອນໄດອັອກໄຊຈາກ ຂະບວນການ ຜະລິດໄຟຟ້າທີ່ມີປະສິດທິພາບ. ບໍ່ຖ່ານຫີນ ທີ່ມີປະລິມານເກືອບ 600 ລ້ານໂຕນ ເພື່ອເປັນເຊື້ອເພີງເຂົ້າໃນການຜະລິດ ເຊິ່ງແຕ່ລະປີຈະໄດ້ນຳໃຊ້ປະມານ 14 ໂຕນກວ່າ. ສຳລັບການຍົກຍ້າຍ ປະຊາຊົນຜູ້ທີ່ໄດ້ ຮັບຜົນກະທົບຈາກໂຄງການ ກໍເປັນໄປຕາມສັນຍາ ແລະ ຄວາມມຸ່ງຫວັງຂອງລັດຖະບານລາວ ດ້ວຍການຈັດສັນທີ່ຢູ່ອາໄສ, ເນື້ອທີ່ການຜະລິດ ແລະ ອື່ນໆ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...