spot_img
Homeຂ່າວເຫດການແຂວງຊຽງຂວາງ ສະຫລອງວັນຊາດ ຄົບຮອບ 40 ປີຢ່າງຍິ່ງໃຫຍ່!

ແຂວງຊຽງຂວາງ ສະຫລອງວັນຊາດ ຄົບຮອບ 40 ປີຢ່າງຍິ່ງໃຫຍ່!

Published on

07

ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໄດ້ຈັດຂຶ້ນ ທີ່ສະໜາມກິລາແຂວງຊຽງຂວາງ ໃນຕອນເຊົ້າວັນທີ 4 ທັນວາ 2015 ໂດຍການເປັນປະທານ ຂອງສະຫາຍ ສຈ ດຣ. ສົມກົດ ມັງໜໍ່ເມກ ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ມີສະຫາຍ ຈັນສີ ໂພສີຄຳ ເລຂາທິການ ສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະມາຊິກພັກ, ພະນັກງານບຳນາມ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງຊຽງຂວາງເຂົ້າຮ່ວມ.

070

ໃນພິທີ ສະຫາຍ ສຈ ດຣ ສົມກົດ ມັງໜໍ່ເມກ ໄດ້ຂຶ້ນກ່າວບົດປາ​​ໄສ ໂດຍໄດ້ຍົກໃຫ້ເຫັນຜົນງານ ຕະຫລອດໄລຍະ 40 ປີ. ຈາກນັ້ນ ກໍມີການເດີນສວນສະໝາມ ຂອງ 32 ກ້ອນກຳລັງ ຄື: ຈຸທຸງໄຊ, ກ້ອນກຳລັງນາຍທະຫານ, ຕີພິເສດ, ລົດຕັງ, ສື່ສານ, ເພດຍິງທະຫານແຂວງ, ທະຫານອາກາດຈໍ 702, ທະຫານປ້ອງກັນອາກາດຈໍ 643,  ທະຫານເພດບໍລິເວນ101, ກອງຫລອນ, ຕຳຫລວດຊາຍ, ຕຳຫລວດຍິງ. ເຍົາວະຊົນ,  ໂຮງຮຽນວິຊາຊີບ, ທຸງໄຊຊາວໜຸ່ມ,  ທຸງຊາດຊາວໜຸ່ມ, ທຸງປິວຊາວໜຸ່ມ, ກ້ອນກຳລັງຄູ-ອາຈານ, ນັກສືກສາ, ນັກຮຽນມໍປາຍ, ກ້ອນກຳລັງພະແນກການຕ່າງໆອ້ອມຂ້າງແຂວງ, ກ້ອນກຳລັງປະຊາຊົນບັນດາເຜົ່າແຕ່ລະເມືອງ ແລະ ກ້ອນກຳລັງ ແກວົງຈໍ 279. ຊົມການສະແດງສິລະປະ ແລະ ຕອນຄໍ່າກໍມີການຍິງບັ້ງໄຟດອກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)