spot_img
Homeຂ່າວພາຍ​ໃນປະທານສະພາຯຈີນ ຈະເຂົ້າຮ່ວມພິທີ ສະເຫລີມສະຫລອງ ວັນຊາດ ສປປ ລາວ ຄົບຮອບ 40 ປີ!

ປະທານສະພາຯຈີນ ຈະເຂົ້າຮ່ວມພິທີ ສະເຫລີມສະຫລອງ ວັນຊາດ ສປປ ລາວ ຄົບຮອບ 40 ປີ!

Published on

Untitled-1 khek 1

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ, ສະຫາຍ ຈາງ ເຕີຈຽງ ກຳມະການ​ ກົມ​ການ​​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານສະພາປະຊາຊົນແຫ່ງຊາດຈີນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫລີ​ມສະຫລອງວັນ​ສະ ຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນລະຫວ່າງວັນທີ 1-3 ທັນວາ 2015.

ຊີວະປະຫວັດຫຍໍໍ້

ສະຫາຍ ຈາງ ເຕີຈຽງ (Zhang Dejiang) ເກີດ​ເມື່ອ​ວັນ​ທີ 4 ພະຈິກ 1946 ທີ່ເມືອງໄທອັນ (Tai’an) ແຂວງຫລຽວໜິງ (Liaoning) ເປັນຄົນຊົນເຜົ່າຫານ (Han). ສະຫາຍເລີ່ມຕົ້ນເຮັດວຽກໃນປີ 1968 ແລະ ເຂົ້າຮ່ວມພັກກອມມູນິດຈີນໃນເດືອນມັງກອນ 1971. ສະຫາຍ ຈາງ ເຕີຈຽງ ຈົບການສຶກສາຈາກຄະນະເສດຖະສາດຂອງມະຫາວິລະຍາໄລ ກິມ ອິນ-ຊຸງ (Kim Il-sung), ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ.

-1968-70: ຊາວໜຸ່ມສຶກສາໃນໜ່ວຍຜະລິດໄທຜິງ (Taiping) ຂອງຊຸມຊົນຫລົວຊີກູ (Luozigou), ມົນທົນຫວັງຊິງ (Wangqing), ແຂວງຈີຫລິນ (Jilin).

-1970-72: ກຳມະການຄະນະໂຄສະນາ ແລະ ເລຂາສັນນິບາດຊາວໜຸ່ມກອມມູນິດ, ຄະນະກຳມະການປະຕິວັດມົນທົນຫວັງຊິງ, ແຂວງຈີຫລິນ.

-1972-75: ສຶກສາພາສາເກົາຫລີ ທີ່ຄະນະພາສາເກົາຫລີຂອງມະຫາວິທະຍາໄລຢານປຽນ (Yanbian).

-1975-78: ຮອງເລຂາຄະນະພັກຄະນະພາສາເກົາຫລີ, ກຳມະການຄະນະປະຈຳຄະນະບໍລິ ຫານງານພັກ ທັງເປັນຮອງປະທານຄະນະກຳມະການປະຕິວັດຂອງມະຫາວິທະຍາໄລຢານປຽນ.

-1978-80: ສຶກສາທີ່ຄະນະເສດຖະສາດ ທັງເປັນເລຂາຄະນະພັກນັກສຶກສາຈີນ ທີ່ມະຫາວິ ທະຍາໄລ ກິມ ອິນ-ຊຸງ, ສປປເກົາຫລີ.

– 1980-83: ກຳມະການຄະນະປະຈຳຄະນະບໍລິຫານງານພັກ, ຮອງປະທານມະຫາວິທະຍາ ໄລຢານປຽນ.

-1983-85: ຮອງເລຂາຄະນະບໍລິຫານພັກນະຄອນຢານຈີ (Yanji), ຫລັງຈາກນັ້ນ ເປັນກຳ ມະການຄະນະປະຈຳຄະນະບໍລິຫານງານ ພັກເຂດປົກຄອງຢານປຽນ ທັງເປັນຮອງເລຂາຄະນະບໍ ລິຫານ ງານພັກນະຄອນຢານຈີ, ແຂວງຈີຫລິນ.

-1985-86: ຮອງເລຂາຄະນະບໍລິຫານງານພັກນະຄອນຢານປຽນ, ແຂວງຈີຫລິນ.

-1986-90: ຮອງ​ເລຂາຄະນະພັກ,ລັດຖະມົນຕີຊ່ວຍວ່າການກະຊວງກິດຈະການພົນລະເຮືອນ.

-1990-95: ຮອງເລຂາຄະນະບໍລິຫານງານພັກແຂວງຈີຫລິນ ທັງເປັນເລຂາຄະນະບໍລິຫານງານພັກເຂດປົກຄອງຢານປຽນ.

-1995-98: ເລຂາຄະນະບໍລິຫານງານພັກ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງຈີຫລິນ.

-1998-2002: ເລຂາຄະນະບໍລິຫານງານພັກແຂວງເຈີຈຽງ (Zhejiang).

– 2002-2007: ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງກວາງຕຸ້ງ (Guangdong).

– 2007-2012: ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ທັງເປັນເລ ຂາຄະນະບໍລິຫານງານພັກນະຄອນຈົງ​ຈິງ (Chongqing).

– 2012-2013: ກຳມະການປະຈຳກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ.

ເດືອນມີນາ 2013 ເຖິງປັດຈຸບັນ: ກຳມະການປະຈຳກົມການເມືອງສູນກາງພັກ, ປະທານຄະ ນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ XII.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...