spot_img
Homeຂ່າວຕ່າງປະເທດຜູ້ນຳຕວກກີບໍ່ຂໍໂທດ ອ້າງຄວນແມ່ນຜູ້ລ່ວງລ້ຳນ່ານຟ້າ! ດ້ານຣັດເຊຍ ເອີ້ນພົນລະເມືອງກັບປະເທດ!

ຜູ້ນຳຕວກກີບໍ່ຂໍໂທດ ອ້າງຄວນແມ່ນຜູ້ລ່ວງລ້ຳນ່ານຟ້າ! ດ້ານຣັດເຊຍ ເອີ້ນພົນລະເມືອງກັບປະເທດ!

Published on

TURKEY-POLITICS

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ພະຈິກນີ້ວ່າ ທ່ານ ເຣເຊບ ຕອຍຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ອອກມາໃຫ້ສຳພາດ ຜ່ານໂທລະພາບຊີເອັນອັນ ໃນມື້ວານນີ້ (26 ພະຈິກ) ວ່າ ຕວກກີຈະບໍ່ຂໍໂທດ ຕໍ່ເຫດການຍິງເຮືອບິນສູ້ຮົບຂອງຣັດເຊຍຕົກ ພ້ອມທັງຢ້ຳວ່າ ເປັນການລະເມີດນ່ານຟ້າຂອງຕວກກີ ໃກ້ກັບຊາຍແດນຊີຣີ.  ທ່ານໄດ້ເວົ້າວ່າ ” ຂ້າພະເຈົ້າຄິດວ່າ ຝ່າຍທີ່ຈະຕ້ອງຂໍໂທດບໍ່ແມ່ນພວກເຮົາ, ແມ່ນໃຜທີ່ລະເມີດນ່ານຟ້າຂອງເຮົານັ້ນແຫລະ ທີ່ຈະຕ້ອງເປັນຝ່າຍຂໍໂທດ, ນັກບິນ ແລະ ກອງທັບຂອງເຮົາ ພຽງແຕ່ປະຕິບັດໜ້າທີ່…” 

ທັງນີ້ ສະພາບຄວາມເຄັ່ງຕຶງ ຂອງຄວາມສຳພັນລະຫວ່າງ ຣັດເຊຍ-ຕວກກີ ຍິ່ງເພີ່ມທະວີຂຶ້ນ ພາຍຫລັງລັດຖະບານຣັດເຊຍ ໄດ້ກຽມອອກມາດຕະການຂວ້ຳບາດ ທາງດ້ານເສດຖະກິດ ແລະ ມະນຸດສະທຳ ເພື່ອຕອບໂຕ້ຂະໜານໃຫຍ່ ຕໍ່ກັບເຫດການດັ່ງກ່າວ, ຫລ້າສຸດ ກະຊວງການຕ່າງປະເທດຣັດເຊຍ ກໍໄດ້ອອກມາຖະແຫລງ ໃນວັນທີ 26 ພະຈິກຜ່ານມານີ້ ໂດຍຮຽກຮ້ອງໃຫ້ພົນລະເມືອງຣັດເຊຍ ທີ່ຢູ່ພາຍໃນປະເທດຕວກກີ ເດີນທາງກັບຄືນປະເທດ.

 

 

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...