spot_img
Homeຂ່າວຕ່າງປະເທດເອົາແລ້ວ! ເຢຍລະມັນປະກາດ ກຽມແຜນເຂົ້າຮ່ວມໂຈມຕີໄອເອັສຢູ່ຊີຣີ ກຳນົດຂໍອະນຸຍາດສະພາ ທ້າຍປີນີ້!

ເອົາແລ້ວ! ເຢຍລະມັນປະກາດ ກຽມແຜນເຂົ້າຮ່ວມໂຈມຕີໄອເອັສຢູ່ຊີຣີ ກຳນົດຂໍອະນຸຍາດສະພາ ທ້າຍປີນີ້!

Published on

558000013604001
ເຮືອບິນສູ້ຮົບທໍນາໂດຂອງເຢຍລະມັນ ທີ່ກຽມຈະສົ່ງເຂົ້າໄປປະຕິບັດການໃນຊີຣີ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ພະຈິກນີ້ວ່າ ທ່ານ ນາງ ອັງເກລາ ແມເຄິນ ນາຍົກລັດຖະມົນຕີເຢຍລະມັນ ໄດ້ປະກາດຈຸດຢືນ ຈະສະໜັບສະໜູນ ປະຕິບັດການໂຈມຕີກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີ ຕາມການຮຽກຮ້ອງຂອງຝຣັ່ງ ໃນລະຫວ່າງທີ່ໄດ້ພົບປະກັບ ທ່ານ ຟຣັງຊົວ ອອລລອງ ປະທານາທິບໍດີຝຣັ່ງ ໃນວັນທີ 25 ພະຈິກຜ່ານມາ ໂດຍມີແຜນຈະສົ່ງ ເຮືອບິນສູ້ຮົບທໍນາໂດ 4 – 6 ລຳ, ເຮືອບິນຕື່ມນ້ຳມັນ ແລະ  ເຮືອກຳປັ່ນສູ້ຮົບ ອີກຈຳນວນໜຶ່ງ ເຂົ້າໄປປະຈຳການ ໃນພາກພື້ນດັ່ງກ່າວ. ແນວໃດກໍຕາມ ແຜນການດັ່ງກ່າວ ຂອງລັດຖະບານເຢຍລະມັນ ຍັງຈະຕ້ອງໄດ້ຜ່ານການເຫັນດີ ຈາກລັດຖະສະພາ ເສຍກ່ອນ ໂດຍຄາດວ່າ ຮ່າງແຜນການດັ່ງກ່າວ ຈະຖືກສົ່ງຂໍອະນຸມັດ ຈາກລັດຖະສະພາ ພາຍໃນທ້າຍປີນີ້.

ທັງນີ້ ການເຄື່ອນໄຫວດັ່ງກ່າວຂອງເຢຍລະມັນ ມີຂຶ້ນພາຍຫລັງເຫດການ ໂຈມຕີປາຣີ ເມື່ອວັນທີ 13 ພະຈິກຜ່ານມາ ເຮັດໃຫ້ມີຜູ້ຄົນ ເສຍຊີວິດເຖິງ 130 ຄົນ ຈົນເຮັດໃຫ້ຜູ້ນຳຝຣັ່ງ ໄດ້ອອກມາຮຽກຮ້ອງ ໃຫ້ບັນດາປະເທດເພື່ອນມິດສາກົນ ຮ່ວມມືກັນ ໃນການຕໍ່ສູ້ກັບນັກຮົບກຸ່ມນີ້.

German_Angela-Merkel
ທ່ານ ນາງ ອັງເກລາ ແມເຄິນ ນາຍົກລັດຖະມົນຕີເຢຍລະມັນ

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...