spot_img
Homeຂ່າວທ້ອງຖິ່ນແຂວງຫຼວງນ້ຳທາ ສະຫຼຸບຖອດຖອນບົດຮຽນ ວຽກງານ 3 ສ້າງ

ແຂວງຫຼວງນ້ຳທາ ສະຫຼຸບຖອດຖອນບົດຮຽນ ວຽກງານ 3 ສ້າງ

Published on

E2-2

ເມື່ອບໍ່ດົນຜ່ານມານີ້​ທີ່ສະໂມສອນແຂວງຫຼວງນ້ຳທາ ໄດ້ສະຫຼຸຸບຖອດຖອນບົດ ຮຽນຂອງຄະນະຮັບຜິດຊອບ ຊີ້ນຳ ແລະ ກອງເລຂາໄລຍະເຮັດທົດລອງວຽກງານ 3 ສ້າງ ສົກປີ (2012 – 2015) ໂດຍການເປັນປະທານຂອງ ທ່ານ ດຣ. ເພັງພະວັນ ດາວ ພອນຈະເລີນ ຮອງເຈົ້າແຂວງຫຼວງນ້ຳທາ ຄະນະຮັບຜິດຊອບ ຊີ້ນຳວຽກງານ 3 ສ້າງຂັ້ນແຂວງ ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ພະແນກການ,ເຈົ້າເມືອງ-ຮອງ ເຈົ້າເມືອງ 5 ເມືອງ, 2 ກອງ ບັນຊາການ ແລະ ຄະນະກອງ ວິຊາການຊ່ວຍວຽກ ສາມສ້າງເຂົ້າຮ່ວມ.
ທ່ານ ເດດໄຊແຝງ ອູ່ລໍ ວັນດິນ ວິຊາການຊ່ວຍວຽກ 3 ສ້າງຂັ້ນແຂວງໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດການນຳ ພາຂອງຄະນະຮັບຜິດຊອບຊີ້ ນຳວຽກງານ 3 ສ້າງຂອງແຂວງ ໂດຍສະເພາະແມ່ນ: ວຽກງານ 3 ສ້າງບ້ານປ້ອມໝັ້ນກຸ່ມບ້ານ ສູ້ຮົບຕິດລ່ຽນໃຫ້ແກ່ເປົ້າໝາຍ ທົດລອງ 3 ສ້າງ, ປະຊາຊົນບັນດາເຜົ່າ ໃນບ້ານເປົ້າໝາຍມີ ຄວາມຕື່ນຕົວເປັນ ເຈົ້າການ ເຮັດວຽກປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ເຄົາລົບ ແລະ ປະຕິບັດກົດໝາຍເປັນ ຢ່າງດີ, ເປັນເຈົ້າການປົກປັກ ຮັກສາບ້ານຊ່ອງຂອງຕົນ, ເຮັດໃຫ້ບ້ານກາຍເປັນ ບ້ານແບບ ຢ່າງດ້ານປ້ອງກັນຊາດປ້ອງ ກັນຄວາມສະຫງົບດີ,ເປັນບ້ານ ປອດຄະດີ, ປອດຢາເສບຕິດ ແລະ ກາຍເປັນບ້ານພັດທະນາ ສຳລັບກອງເລຂາ 3 ສ້າງບັນ ດາເມືອງການສ້າງ ບ້ານພັດທະ ນາ, ປຸກລະດົມທຶນພັດທະນາ ຕັດຜັງບ້ານ, ປັບປຸງຍົກລະດັບ ເສັ້ນທາງ, ຂົວຮ່ອງລະບາຍນ້ຳ, ຫ້ອງການ, ສະໂມສອນບ້ານ ແລະ ອື່ນໆ.
ໂອກາດນີ້ ທ່ານ ດຣ. ເພັງພະວັນ ດາວພອນຈະເລີນ ຮອງເຈົ້າແຂວງຫຼວງນ້ຳທາ ຄະ ນະຮັບຜິດຊອບຊີ້ນຳວຽກງານ 3 ສ້າງຂັ້ນແຂວງກໍໃຫ້ກຽດມອບ ຄອມພິວເຕີຕັ້ງໂຕະ ແລະ ປຼິນເຕີໃຫ້ເມືອງ 3 ສ້າງ, 3 ເມືອງຄື: ເມືອງສິງ, ເມືອງຫຼວງນ້ຳທາ ແລະ ເມືອງນາແລ ເມືອງລະ 3 ຊຸດໃຫ້ແຂວງ 1 ຊຸດຍີ່ຫຍໍ້ HP ລວມ 10 ຊຸດ. ກ່າວຮັບຂອງເຈົ້າ ເມືອງ – ຮອງເຈົ້າເມືອງຂອງເມືອງ 3 ສ້າງ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ກະຊວງ ຖວທ ປະກາດພະນັກງານ ຮັບ ນະໂຍບາຍອຸດໜູນບຳນານ ແລະ ປັບປຸງການຈັດຕັ້ງ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດພິທີປະກາດພະນັກງານຮັບນະໂຍບາຍອຸດໜູນບຳນານ, ພ້ອມທັງແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ ພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 4 ຕຸລາ 2024...

ນາຍົກລັດຖະມົນຕີ ກວດກາສະຖານທີ່ ຕ້ອນຮັບ ແລະ ຈັດກອງປະຊຸມສຸດຍອດອາຊຽນ

ໃນວັນທີ 6 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາສະຖານທີ່ຕ່າງໆ ເພື່ອກຽມຄວາມພ້ອມ ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ...

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...