spot_img
Homeຂ່າວການສຶກສາຄະນະວິທະຍາສາດສັງຄົມ ມ.ຊ ຈະສ້າງຫລັກສູດ ປ.ໂທ ສາຂາປະຊາກອນ ແລະ ການພັດທະນາ

ຄະນະວິທະຍາສາດສັງຄົມ ມ.ຊ ຈະສ້າງຫລັກສູດ ປ.ໂທ ສາຂາປະຊາກອນ ແລະ ການພັດທະນາ

Published on

pasakon

ຂປລ. ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມ ຫາລືການສ້າງຫລັກສູດ ະລິນຍາໂທວິທະຍາສາດສັງຄົມ ສາຂາປະຊາກອນ ແລະ ການພັດທະນາ ຂຶ້ນໃນວັນທີ 10 ພະຈິກ 2015 ນີ້ຢູ່ນະຄອນຫລວງວຽງຈັນ ເພື່ອລະດົມແນວຄິດ ແລະ ແລກປ່ຽນແນວຄວາມຄິດກ່ຽວກັບ ການສ້າງ ຫລັກສູດປະລິນຍາໂທດັ່ງກ່າວ, ໂດຍການຊ່ວຍເຫລືອດ້ານເຕັກນິກ ໃນຂະບວນການ ສ້າງຫລັກສູດປະລິນຍາໂທນີ້ ຈາກອົງການສະຫະປະຊາຊາດ ກອງທຶນ ສຳລັບປະຊາກອນ (UNFPA) ຖືເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາ ເສດຖະກິດສັງຄົມ ແຫ່ງຊາດ.

ທ່ານສາດສະດາຈານ ດຣ.ຄຳມະນີ ສຸລິເດດ ຮອງຄະນະບໍດີ ຄະນະວິທະຍາສາດສັງຄົມ ກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄວາມຮຽກຮ້ອງ ຕ້ອງການຂອງສັງຄົມ ນັບມື້ຫລາຍຂຶ້ນ, ຜົນປະໂຫຍດ ແລະ ສິ່ງທ້າທາຍ ຂອງບັນຫາປະຊາກອນ, ການຄຸ້ມຄອງປະຊາກອນ ໃຫ້ສອດຄ່ອງກັບການ ຂະຫຍາຍຕົວຂອງ ເສດຖະກິດສັງຄົມ ໃນປັດຈຸບັນ ມັນຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງຂະຫຍາຍຫລັກສູດປະລິນຍາໂທຕື່ມອີກ ກໍຄືສາຂາວິຊາປະຊາກອນ ແລະ ການພັດທະນາ ຢູ່ທີ່ຄະນະວິທະຍາສາດສັງຄົມມະຫາວິທະຍາໄລແຫ່ງຊາດ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)