spot_img
Homeຄວາມງາມສະຜົມຖືກວິທີ ກຳຈັດບັນຫາ ລັງແຄ ໄດ້ແນ່ນອນ!

ສະຜົມຖືກວິທີ ກຳຈັດບັນຫາ ລັງແຄ ໄດ້ແນ່ນອນ!

Published on

pretty elegancy woman taking shower
ປົກກະຕິໜັງຫົວຄົນເຮົາຈະມີເຊື້ອລາໃນປະລິມານທີ່ບໍ່ກໍ່ໃຫ້ເກີດບັນຫາ ແຕ່ໃນສະພາວະທີ່ໜັງຫົວມີ ລັງແຄ ຫລາຍ ສ່ວນໃຫຍ່ຈະເກີດຈາກເຊື້ອລາຈະເລີນເຕີບໂຕຢ່າງວ່ອງໄວ ເຮັດໃຫ້ໜັງຫົວອັກເສບ ຖ້າຮຸນແຮງ ຈະມີອາການແດງແລະມີ ຮັງແຄ ເປັນເກັດໃຫຍ່ຂຶ້ນແລະເຫລືອງເປັນໄຂ ຊຶ່ງເປັນອາການຂອງຕ່ອມໄຂມັນຂອງໜັງຫົວອັກເສບ ແລະມັກເກີດກັບໄວລຸ້ນເປັນສ່ວນໃຫຍ່
ວິທີເບິ່ງ-ແຍງໜັງຫົວໃຫ້ຫ່າງໄກຈາກ ລັງແຄ ນັ້ນບໍ່ຍາກ ເລີ່ມຕົ້ນທີ່ການເບິ່ງແຍງເສັ້ນຜົມ ກ່ອນສະຜົມ ຄວນລ້າງຜົມດ້ວຍນ້ຳລ້າທຸກເທື່ອ ເພື່ອສະລ້າງສິ່ງສົກກະປົກທີ່ຕິດຢູ່ອອກໄປກ່ອນ ຈາກນັ້ນໃຊ້ປາຍນິ້ວນວດເປັນວົງມົນເບົາໆ ໃຫ້ທົ່ວໜັງຫົວກ່ອນ ແລ້ວຈຶ່ງທາຍາສະຫົວເທິງໜັງຫົວ ນວດຕໍ່ໄປຈະຊ່ວຍຖະໜອມເສັ້ນຜົມ ໜັງຫົວ ແລະເຮັດໃຫ້ລະບົບໄຫລວຽນເລືອດດີຂຶ້ນ
ວ່າແຕ່ທ່ານເຄີຍເຮັດສິ່ງເຫລົ້ານີ້ຫລືບໍ່ ຖ້າເຄີຍ ຂໍໃຫ້ເຊົາເຮັດ ເພື່ອສຸກຂະພາບຜົມແລະໜັງຫົວທີ່ສະອາດ ບໍ່ມີ ຮັງແຄ
1. ຢ່າຍ່ອງເສັ້ນຜົມຫລືເກົາໜັງຫົວແຮງໆ ເວລາສະອາດເຮັດໃຫ້ເກີດການຕິດເຊື້ອ ຈົນນຳມາສູ່ບັນຫາ ລັງແຄ ແລະຜົມຫລົ່ນເຮື້ອລັງ
2. ບໍ່ຄວນໃຊ້ນ້ຳອຸ່ນຈັດສະຜົມ ເພາະຈະເຮັດໃຫ້ນ້ຳມັນທຳມະຊາດຖືກ ຊະລ້າງອອກຫລາຍເກີນໄປ ໜັງຫົວແຫ້ງ ແລະຍັງເຮັດໃຫ້ເສັ້ນຜົມແຂງ
3. ຫລັງການສະຜົມທຸກຄັ້ງ? ຄວນເປົ່າຜົມໃຫ້ແຫ້ງ ແລະບໍ່ໃຊ້ອຸນຫະພູມສູງ ເພື່ອຫລຸດການທຳຮ້າຍໜັງຫົວແລະເສັ້ນຜົມ
4. ຢ່ານອນຫລັບເວລາທີ່ຜົມຍັງປຽກຊື້ນ ຖ້າຫາກເຮັດເລື້ອຍໆຄວາມຊຸ່ມຈະແພ່ກະຈາຍໄປຮອດບ່ອນນອນ ໝອນ ແລະກາຍເປັນເຊື້ອລາມາກວນໃຈໃນໄລຍະຍາວໄດ້
5. ຢ່າປ່ອຍໃຫ້ເສັ້ນຜົມແລະໜັງຫົວມັນ? ເພາະຖ້າໜັງຫົວຊຸ່ມຈະເຮັດໃຫ້ເຊື້ອລາເຕີບໂຕໄດ້ດີ ບັນຫາ ລັງແຄ ກໍ່ຈະຕາມມາ
6. ໝັ່ນເຮັດຄວາມສະອາດແປງຫລືຫວີຢ່າງນ້ອຍອາທິດລະເທື່ອ ເນື່ອງຈາກສິ່ງເປິເປື້ອນແລະນ້ຳມັນທີ່ຕົກຄ້າງຢູ່ຕາມຫວີແລະແປງຫລັງຈາກຫວີຜົມ ເປັນແຫລ່ງເພາະພັນຂອງເຊື້ອພະຍາດທີ່ຈະກັບເຂົ້າສູ່ເສັ້ນຜົມແລະໜັງຫົວໄດ້
7. ຖ້າພັກຜ່ອນບໍ່ພຽງພໍ ຫລືມີຄວາມຄຽດ? ລັງແຄ ຍັງອາດກວນໃຈທ່ານຢາກໃຫ້ບໍ່ມີເກັດຫິມະທີ່ຜົມຫລືບ່າ ຄວນເບິ່ງແຍງທັງກາຍແລະໃຈໃຫ້ດີ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...