spot_img
Homeຂ່າວຕ່າງປະເທດທະນາຄານກາງຣັດເຊຍເຜີຍ ໜີ້ຕ່າງປະເທດຫລຸດລົງ 30% ເຖິງແມ່ນປະສົບກັບການຂວ້ຳບາດ!

ທະນາຄານກາງຣັດເຊຍເຜີຍ ໜີ້ຕ່າງປະເທດຫລຸດລົງ 30% ເຖິງແມ່ນປະສົບກັບການຂວ້ຳບາດ!

Published on

558000012229301

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ຕຸລາຜ່ານມານີ້ວ່າ ທ່ານ ເອນວິຣາ ນາບິອຸນລິນາ ຜູ້ວ່າການທະນາຄານກາງຣັດເຊຍ ໄດ້ອອກມາເປີດເຜີຍວ່າ ລະດັບໜີ້ສິນຕ່າງປະເທດຂອງຣັດເຊຍ ໃນປີ 2015 ນີ້ ໄດ້ຫລຸດລົງ ເມື່ອທຽບກັບປີ 2014 ເຖິງ 30% ອັນເປັນການຊີ້ບອກໃຫ້ເຫັນເຖິງ ຄວາມເຂັ້ມແຂງ ທາງດ້ານເສດຖະກິດຂອງປະເທດ ເຖິງແມ່ນວ່າຣັດເຊຍ ຈະປະເຊີນໜ້າກັບມາດຕະການຂວ້ຳບາດດ້ານເສດຖະກິດ ບໍ່ວ່າຈະເປັນການຂວ້ຳບາດດ້ານການຄ້າ, ການລົງທຶນ ຕະຫລອດຮອດການຂວ້ຳບາດ ໃນພາກການທະນາຄານ ຈາກສະຫະລັດອາເມຣິກາ ແລະ ປະເທດຕາເວັນຕົກກໍຕາມ.

ທັງນີ້ ຜູ້ວ່າການທະນາຄານກາງຣັດເຊຍ ຍັງໄດ້ກ່າວຢ້ຳອີກວ່າ ພາກການທະນາຄານຂອງຣັດເຊຍ ຈະຍັງຄົງມີສະຖຽນລະພາບຕໍ່ໄປອີກ ໃນປີ 2016 ແລະ ມີຄວາມພ້ອມ ທີ່ຈະອອກສິນເຊື່ອ ເພື່ອກະຕຸ້ນການເຕີບໂຕທາງດ້ານເສດຖະກິດຂອງປະເທດ ຢ່າງຕໍ່ເນື່ອງ.

ໃນໄລຍະຜ່ານມາ ຫລາຍປະເທດໃນເອີຣົບ ທີ່ເຄີຍສະໜັບສະໜູນມາດຕະການຂວ້ຳບາດ ຂອງສະຫະລັດອາເມຣິກາຕໍ່ຣັດເຊຍ ໄດ້ເລີ່ມສະແດງຈຸດຢືນຄັດຄ້ານ ຕໍ່ມາດຕະການດັ່ງກ່າວແລ້ວ ເນື່ອງຈາກໄດ້ເຫັນຢ່າງເປັນຮູບປະທຳແລ້ວວ່າ ເສດຖະກິດຂອງເອີຣົບ ກຳລັງໄດ້ຮັບຄວາມເສຍຫາຍໃຫຍ່ຫລວງ ຫາກຍັງຄົງມີຈຸດຢືນ ທີ່ຈະຂວ້ຳບາດຕໍ່ຣັດເຊຍ ຊຶ່ງເປັນຄູ່ຄ້າລາຍໃຫຍ່ ທີ່ຮັບຊື້ສິນຄ້າຕ່າງໆຈາກເອີຣົບ ບໍ່ຕ່ຳກ່ວາ 120 ຕື້ເອີໂຣໃນແຕ່ລະປີ ແລະ ອີກທັງຍັງເປັນແຫລ່ງພະລັງງານ ເພື່ອຫລໍ່ລ້ຽງເສດຖະກິດຂອງເອີຣົບອີກດ້ວຍ.

ສະເພາະກ່ອນໜ້ານີ້ ສື່ໜັງສືພິມແຫ່ງໜຶ່ງຂອງເຢຍລະມັນ ໄດ້ອອກມາວິເຄາະວ່າ ໃນປີ 2014 ຜ່ານມາວ່າ ປັດຈຸບັນມີບໍລິສັດເອກະຊົນຂອງເຢຍລະມັນກ່ວາ 6,200 ແຫ່ງ ໄດ້ຮັບຜົນກະທົບຈາກມາດຕະການຂວ້ຳບາດຕໍ່ຣັດເຊຍ ຊຶ່ງຖ້າຫາກສືບຕໍ່ມາດຕະການດັ່ງກ່າວນີ້ ຈະເຮັດໃຫ້ເກີດຄວາມເສຍຫາຍບໍ່ຕ່ຳກ່ວາ 20 ຕື້ເອີໂຣ ແລະ ມີພະນັກງານຖືກປົດອອກຈາກຕຳແໜ່ງອີກ 300,000 ຄົນ.

 

ບົດຄວາມຫຼ້າສຸດ

ໄຊສົມບູນ ທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ

ໃນວັນທີ 27 ກັນຍາທີ່ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດພິທີທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ຂຶ້ນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ,...

ນາຍົກລັດຖະມົນຕີ ສປປ ລາວ ເຄື່ອນໄຫວໃນກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ອົງການ ສປຊ ສະໄໝ 79

ໃນວັນທີ 26 ກັນຍາ 2024,​ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ...

ປະກາດເລື່ອນຊັ້ນ ນາຍທະຫານຂັ້ນສູງ ຈາກ ພັນເອກ ເປັນ ພົນຈັດຕະວາ 7 ສະຫາຍ

ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ຈາກ ພັນເອກ ເລື່ອນຊັ້ນຂຶ້ນ ພົນຈັດຕະວາ, ໄດ້ຈັດໃນວັນທີ 27 ກັນຍາ 2024, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ...

ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກອງປະຊຸມລະດັບສູງສະຫະປະຊາຊາດ

ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໄດ້ເຂົ້້າຮ່ວມກອງປະຊຸມລະດັບສູງສະຫະ ປະຊາຊາດ ຈັດຂຶ້ນຢູ່ນະຄອນນີວຢອກ, ສະຫາລັດອາເມລິກາ, ກອງປະຊຸມດັ່ງກ່າວ ມີການນໍາຂັ້ນສູງຈາກບັນດາປະເທດສະ ມາຊິກສະຫະປະຊາຊາດ ພ້ອມທັງອົງການຈັດຕັ້ງສາກົນເຂົ້າຮ່ວມ,...