spot_img
Home​ຂ່າວທ່ອງທ່ຽວຫລວງພະບາງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດ 5-7 ແສນຄົນ ຮອດປີ 2020!

ຫລວງພະບາງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວຕ່າງປະເທດ 5-7 ແສນຄົນ ຮອດປີ 2020!

Published on

LPB

ຂປລ. ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຈຳນວນ 5-7 ແສນຄົນ ໃນປີ 2018-2020 ເພີ່ມຂຶ້ນຈາກ ປີ2014 ທີ່ມີນັກທ່ອງທ່ຽວຕ່າງປະເທດ ຈຳນວນ 370.000 ຄົນ ໂດຍຈະເນັ້ນໃສ່ ການພັດທະນາໃນ 3 ດ້ານ ຄື: ການພັດທະນາ ຊັບພະຍາກອນມະນຸດ ເນື່ອງຈາກ ແຂວງຫລວງພະບາງ ມີເປົ້າໝາຍ ຮອງຮັບນັກທ່ອງທ່ຽວ ທີ່ມີອັດຕາການໃຊ້ຈ່າຍສູງ, ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເນັ້ນໃສ່ເຮັດໃຫ້ ແຂວງຫລວງພະບາງ ເປັນສູນກາງການທ່ອງທ່ຽວ ເພື່ອແຈກຢາຍລາຍຮັບ ໄປຫາແຂວງຕ່າງໆ ເນື່ອງຈາກມີຄວາມສະດວກໃນ ການຄົມ ມະນາຄົມ ໂດຍສະເພາະ ໄດ້ພັດທະນາ ແລະ ເປີດໃຊ້ສະໜາມບິນແຫ່ງໃໝ່ ລະດັບສາກົນ ແລະ ສຸດທ້າຍ ແມ່ນການຕະຫລາດ ແລະ ການສົ່ງເສີມການ ທ່ອງທ່ຽວ ເຊິ່ງຈະເນັ້ນໃສ່ ການໂຄສະນາ ຈາກຕົ້ນທາງສປປ ລາວຫລື ແຂວງຫລວງພະບາງ ໃຫ້ຫລາຍຂຶ້ນ.

ຫ້ອງການທ່ອງທ່ຽວ ແຂວງຫລວງພະບາງ ລາຍງານເມື່ອບໍ່ດົນນີ້ວ່າ: ໂດຍລວມແລ້ວ ຫລວງພະບາງ ມີນັກທ່ອງທ່ຽວເຂົ້າມາ ທ່ຽວຊົມປະມານ 5 ແສນຄົນຕໍ່ປີ ໃນນີ້ນັກທ່ອງທ່ຽວ ຈາກປະເທດໄທ ກວມເອົາ 40 % ຈັດຢູ່ໃນອັນດັບໜຶ່ງ ຂອງຈຳນວນນັກທ່ອງທ່ຽວທັງໝົດ, ຮອງລົງມາແມ່ນ ນັກທ່ອງທ່ຽວ ຈາກປະເທດຈີນ, ປັດຈຸບັນ ຫລວງພະບາງ ມີສະຖານທີ່ທ່ອງທ່ຽວ ທັງໝົດ ຈຳນວນ 228 ແຫ່ງ ເປີດໃຫ້ບໍລິການແລ້ວ ຈຳນວນ 111 ແຫ່ງ, ແບ່ງອອກເປັນ 3 ປະເພດ ຄື: ການທ່ອງທ່ຽວ ດ້ານວັດທະນະທຳ, ທຳມະຊາດ ແລະ ການທ່ອງທ່ຽວ ດ້ານປະຫວັດສາດ ອັນສາມາດຮອງຮັບ ຈຳນວນນັກທ່ອງທ່ຽວ ໄດ້ປະມານ 6 ພັນ ຄົນຕໍ່ມື້, ໃນນີ້ ໂຮງແຮມ, ລີສອດ ມີຈຳນວນ 76 ແຫ່ງ, ເຮືອນພັກ 327 ແຫ່ງ , ຮ້ານອາຫານພື້ນເມືອງ ແລະ ສາກົນ 286 ແຫ່ງ ແລະ ບໍລິສັດນຳທ່ຽວ ມີ 75 ແຫ່ງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...