spot_img
Homeຂ່າວພາຍ​ໃນຮອງນາຍົກເນັ້ນຂະແໜງການເງິນ ເພີ່ມທະວີສະກັດກັ້ນ ການຮົ່ວໄຫລງົບປະມານຂອງລັດ!

ຮອງນາຍົກເນັ້ນຂະແໜງການເງິນ ເພີ່ມທະວີສະກັດກັ້ນ ການຮົ່ວໄຫລງົບປະມານຂອງລັດ!

Published on

DSC_896818.10.5

ຂປລ. ທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດມະຫາພາກ ແລະ ການບໍລິການ ໄດ້ເນັ້ນໜັກໃນ ກອງ ປະຊຸມເຜີຍແຜ່ວຽກງານການເງິນງົບປະມານທົ່ວປະເທດສົກປີ 2014-2015 ໃນວັນທີ 17ຕຸລາ 2015 ນີ້ ວ່າທຸກພາກສ່ວນທົ່ວ ຂະແໜງການເງິນແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນເພີ່ມຄວາມສາມາດຈໍາກັດສະພາບ ການຮົ່ວໄຫລຂອງງົບປະມານລາຍຮັບ, ນັບທັງລາຍຈ່າຍທີ່ມີແຜ່ຫລາຍຢູ່ທຸກຂົງເຂດທັງຢູ່ໃນຂະແໜງການເງິນ ຄຸ້ມຄອງໂດຍກົງ, ລວມທັງຂະແໜງການອື່ນ ແລະ ທ້ອງ ຖິ່ນຄຸ້ມຄອງ ໃຫ້ເປັນຮູບປະທໍາຕາມທ່າແຮງທີ່ມີ, ຖືກຕ້ອງຕາມລະບຽບກົດໝາຍກໍານົດໄວ້. ເພື່ອເຮັດໃຫ້ການຄຸ້ມ ຄອງການ ເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ມີ ຄວາມກ້າວໜ້າທັນສະໄໝ ທັນກັບຄວາມຮຽກຮ້ອງຕ້ອງການຂອງຍຸກ ສະໄໝ ການເຊື່ອມໂຍງດ້ານເສດຖະກິດຂອງ ໂລກ ແລະ ພາກພື້ນ.

ໃນໂອກາດນີ້ ທ່ານ ດຣ.ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ເອົາໃຈໃສ່ປັບ ປຸງແກ້ໄຂຢ່າງຕັ້ງໜ້າ ຕໍ່ອຸປະສັກກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງຊາດພ້ອມກັນນັ້ນໃນສົກ ປີ 2015-2016 ຕ້ອງຮັບປະກັນເຮັດໃຫ້ເສດຖະກິດມີຄວາມຕໍ່ເນື່ອງເພີ່ມຂຶ້ນໂດຍສະເລ່ຍບໍ່ຫລຸດ 7,5% ໂຄງປະກອບເສດ ຖະກິດ ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຮັກສາເງິນເຟີ້ໄປຕາມທິດທີ່ສາມາດຄວບຄຸມໄດ້ ຫລື ບໍ່ເກີນອັດຕາການຂະຫຍາຍ ຕົວຂອງ ເສດ ຖະກິດ. ໃນນັ້ນຄະນະພັກ, ຄະນະນໍາຂອງກະຊວງການເງິນຕ້ອງເອົາໃຈ ໃສ່ເພີ່ມທະວີສຶກສາອົບຮົມການເມືອງ ແນວຄິດໃຫ້ ແກ່ ພະນັກງານ, ລັດຖະກອນຫລາຍກວ່າເກົ່າ ເພື່ອຍົກສູງຄວາມ ຮັບຜິດຊອບທາງດ້ານການເມືອງ, ໜ້າທີ່ຂອງຂະແໜງການ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃຫ້ໄດ້ຢ່າງ ຈະແຈ້ງ ແລະ ເປັນຮູບປະທໍາເທື່ອລະກ້າວ. ເພາະຜ່ານມາການຊີ້ນໍາ-ນໍາພາຕໍ່ ວຽກ ງານການສຶກສາອົບຮົບການ ເມືອງແນວຄິດໃຫ້ແກ່ພະນັກງານ, ລັດຖະກອນໃນ ທົ່ວຂະແໜງການເງິນຍັງບໍ່ທັນປົກກະຕິ, ບໍ່ເລິກ ເຊິ່ງບໍ່ທັນສາ ມາດຍົກສູງຄວາມເປັນເຈົ້າການໄດ້ດີເທົ່າທີ່ຄວນ, ນະໂຍບາຍການເງິນບໍ່ທັນເປັນເຄື່ອງມືທີ່ຕັ້ງໜ້າຊຸກຍູ້ສົ່ງເສີມ ການ ຜະລິດນັບແຕ່ຫົວໜ່ວຍທຸລະກິດຄອບຄົວ, ຊາວກະສິກອນ ແລະ ວິສາຫະກິດພາກສ່ວນຕ່າງໆ.

ດັ່ງນັ້ນ ກໍໃຫ້ ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງກະຊວງການເງິນໃຫ້ກະທັດຮັດ, ມີປະສິດທິຜົນ,ໂປ່ງ​ໄສ່, ຫັນເປັນວິ ຊາສະເພາະ ແລະ ຕອບສະໜອງຄວາມຕ້ອງການຫັນເປັນທັນສະໄໝ, ສ້າງກົດໝາຍ, ນິຕິກໍາຕ່າງໆ ເພື່ອຄຸ້ມຄອງຂະແໜງການ ເງິນທົ່ວປະເທດ, ສ້າງຍຸດທະສາດ, ວິໄສທັດໃນການພັດທະນາຂະແໜງການເງິນ. ພ້ອມດຽວກັນນັ້ນກໍສຸມໃສ່ສ້າງ ແຜນງົບປະມານ 5 ປີໃຫ້ສໍາເລັດຕາມລະດັບຄາດໝາຍ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຂະແໜງການເງິນ ຜ່ານມາປຸກລະດົມຂະບວນການ ທົ່ວຂະແໜງການ ໃນການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ສົກປີ 2015-2016 ໃຫ້ມີຜົນສໍາເລັດຢ່າງຈະແຈ້ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)