spot_img
Homeຂ່າວຕ່າງປະເທດອີຣ່ານຈະພິຈາລະນາສົ່ງທະຫານເຂົ້າຊີຣີ ຖ້າຫາກໄດ້ຮັບການຮ້ອງຂໍຈາກ ລັດຖະບານອັດຊາດ!

ອີຣ່ານຈະພິຈາລະນາສົ່ງທະຫານເຂົ້າຊີຣີ ຖ້າຫາກໄດ້ຮັບການຮ້ອງຂໍຈາກ ລັດຖະບານອັດຊາດ!

Published on

558000011983501

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ຕຸລາຜ່ານມານີ້ວ່າ ອີຣ່ານຈະພິຈາລະນາສົ່ງທະຫານເຂົ້າຊີຣີ ເພື່ອຊ່ວຍສູ້ຮົບກັບກຸ່ມຕິດອາວຸດ ຖ້າຫາກລັດຖະບານຊີຣີຮ້ອງຂໍ ໂດຍທ່ານ ອະລາເອດິນ ໂບຣູເຈີດີ ປະທານກຳມາທິການນະໂຍບາຍດ້ານຄວາມໝັ້ນຄົງ ແລະ ການຕ່າງປະເທດ ແຫ່ງ ລັດຖະສະພາອີຣ່ານ ໄດ້ກ່າວໃນຂະນະຢ້ຽມຢາມປະເທດຊີຣີວ່າ ” ອີຣ່ານຈິງຈັງກັບການປາບປາມການກໍ່ການຮ້າຍ ໂດຍໄດ້ສົ່ງຄວາມຊ່ວຍເຫລືອດ້ານອາວຸດ ແລະ ທີ່ປຶກສາມາຊີຣີ ແລະ ອີຣັກແລ້ວ “

ທັງນີ້ ອີຣ່ານເປັນປະເທດພັນທະມິດທີ່ສຳຄັນຂອງປະທານາທິບໍດີ ບາຊາ ອັນ-ອັດຊາດ ຊຶ່ງການເຂົ້າຢ້ຽມຢາມຊີຣີຂອງ ທ່ານ ໂບຣູເຈີດີ ໃນຄັ້ງນີ້ ຍັງໄດ້ເຂົ້າພົບ ທ່ານ ອັດຊາດ ທີ່ນະຄອນຫລວງດາມັດກັດ ແລະ ທ່ານ ໂບຣູເຈີດີ ຍັງໄດ້ວິພາກວິຈານກຸ່ມພັນທະມິດ ຊຶ່ງນຳໂດຍສະຫະລັດອາເມຣິກາ ທີ່ປະຕິບັດການໂຈມຕີທາງອາກາດໃນຊີຣີ ຕັ້ງແຕ່ປີກາຍມານີ້ວ່າ ” ກຸ່ມນີ້ປະສົບກັບຄວາມຫລົ້ມເຫລວ ທັງໆທີ່ໃຊ້ເງິນໄປຫລາຍຕື້ໂດລາ “
       

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)