spot_img
Homeຂ່າວການພັດທະນາປກສ ເມືອງ​ໄຊ​ທານີ ໄດ້ຮັບລົດມອດໄຟ 2 ຄັນ

ປກສ ເມືອງ​ໄຊ​ທານີ ໄດ້ຮັບລົດມອດໄຟ 2 ຄັນ

Published on

fire car

ໃນ​ວັນ​ທີ 14 ຕຸລາ​ນີ້, ​ພະ​ແນ​ກຕຳຫລວດສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນຫລວງ​ວຽງ​ຈັນ ​​ໄດ້​ມອບ​ລົດ​ມອດ​ໄຟ​ຈຳນວນ 2 ຄັນ​ໃຫ້ກອງ​ບັນຊາ​ການ​ເມືອງ​ໄຊ​ທານີ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ເຈົ້າ​ເມືອງ​ດັ່ງກ່າວ, ​ເນື່ອງ​ຈາກ​ວ່າ​ສະພາບ​ອັກຄີ​ໄພ​ມັກ​ເກີດ​ຂຶ້ນ​ຫລາຍ​ໂດຍ​ສະ​ເພາະ​ລະດູ​ແລ້ງ.

ຮອງຫົວໜ້າ​ພະ​ແນ​ກສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນຫລວງ​ວຽງຈັນ ​​ໃຫ້​ຮູ້​ວ່າ: ​ໃນ​ປີ 2014 ຜ່ານ​ມາ, ຢູ່​ນະຄອນຫລວງ​ວຽງຈັນ ​ມີ​ອັກຄີ​ໄພ​ເກີດ​ຂຶ້ນ 86 ​ຄັ້ງ, ສົ່ງ​ຜົນ​ໃຫ້​ມີມູນ​ຄ່າ​ເສຍ​ຫາຍ​ຫລາຍ​ກວ່າ 190 ຕື້​ກີບ. ສ່ວນ​ໜຶ່ງ​ກໍ​ຍ້ອນ​ການ​ເຮັດ​ວຽກ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ​ຂອງ​ກຳລັງ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ກວ້າງຂວາງ, ປະຊາຊົນ​ຈຳນວນ​ໜຶ່ງ​ບໍ່​ທັນ​​ເຫັນ​ຄວາມ​ສຳຄັນ​ຕໍ່​ວຽກ​ງານ​ດັ່ງກ່າວ, ພ້ອມ​ນີ້ ການ​ຂະຫຍາຍ​ສະຖານີມອດ​ໄຟ​ຍັງ​ບໍ່​ທັນ​ກະຈາຍ​ເຖິງ​ບັນ​ດາ​ເມືອງ ທີ່ຢູ່​ຫ່າງ​ໄກ​ສອກຫລີກ. ດັ່ງ​ນັ້ນ ພະ​ແນ​ກຕຳຫລວດ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນຫລວງ​ວຽງ​ຈັນ ຈຶ່ງ​ເຫັນ​ຄວາມ​ສຳຄັນ​ຕໍ່​ວຽກ​ງານ​ສະກັດ​ກັ້ນ​ ​ແລະ ຕ້ານ​ອັກຄີ​ໄພ ​ຈຶ່ງໄດ້​ນຳ​ເອົາ​ລົດ​ມອດ​ໄຟ ຈຳນວນດັ່ງກ່າວ ​ໃຫ້​ ປກສ ​ເມືອງ​ໄຊ​ທານີ, ຊຶ່ງ​ເປັນ​ເຂ​ດຊານ​ເມືອງ​ໃຫ້​ມີ​ຄວາມ​ສາມາດ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ມີ​ຜົນສຳ​ເລັດ​ຄື: ລົດ​ຄັນ​ໜຶ່ງ ບັນຈຸ​ນ້ຳ​ໄດ້ 1.500 ລິດ ​ແລະ ອີກ​ໜຶ່ງ​ຄັນ ບັນຈຸ​ນ້ຳ​ໄດ້ 1.000 ລິດ, ພ້ອມ​ຊ່ວຍ​ຝຶກ​ອົບຮົມ ​ແລະ ສອນ​ວິທີ​ນຳ​ໃຊ້​ລົດ​ມອດ​ໄຟ​ດັ່ງກ່າວ​ໃຫ້​ເຈົ້າ​ໜ້າ​ທີ່​ຜູ້​ເຮັດ​ວຽກ​ງານ​ນີ້ ມີ​ຄວາມ​ສຳ​ນິສຳ​ນານ ສາມາດ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ຢູ່​ສະຖານ​ທີ່​ເກີດ​ເຫດ​ຕ່າງໆ​ໃຫ້​ວ່ອງ​ໄວ ​ແລະ ທ່ວງທັນ​ເວລາ.

ໃນ​ອາທິດ​ຜ່ານ​ມາ, ພະ​ແນ​ກສະ​ກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນຫລວງ​ວຽງ​ຈັນ ກໍ​ໄດ້​ມອບ​ລົດ​ດັ່ງກ່າວ​ໃຫ້​ເມືອງ​ປາກງື່ມ ​ແລະ ຈະ​ສືບ​ຕໍ່​ມອບ​ໃຫ້​ເມືອງ​ຫາດ​ຊາຍ​ຟອງ ​ແລະ ​ເມືອງ​ອື່ນໆ​ອີກ, ​ເພື່ອ​ເຂົາ​ເຈົ້າ​ສາມາດ​ເຮັດ​ວຽກ​ງານ ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ​ມີ​ປະສິດທິພາບ​ສູງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)