spot_img
Homeຂ່າວຕ່າງປະເທດຫວຽດນາມວາງແຜນ ຂະຫຍາຍສະໜາມບິນນະຄອນໂຮ່ຈິມິນ ຫລຸດຜ່ອນຄວາມແອອັດ!

ຫວຽດນາມວາງແຜນ ຂະຫຍາຍສະໜາມບິນນະຄອນໂຮ່ຈິມິນ ຫລຸດຜ່ອນຄວາມແອອັດ!

Published on

558000011830801

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ຕຸລາຜ່ານມານີ້ວ່າ ກົມການບິນພົນລະເຮືອນ ກະຊວງຄົມມະນາຄົມຫວຽດນາມ ໄດ້ອະນຸມັດແຜນແມ່ບົດສະບັບປັບປຸງໃໝ່ ເພື່ອຍົກລະດັບສະໜາມບິນສາກົນເຕິ່ນເຊິນເຍຶດ ນະຄອນໂຮ່ຈິມິນ ທາງພາກໃຕ້ຂອງປະເທດ ໃນອີກ 5 ປີຂ້າງໜ້າ ໃຫ້ສາມາດຮອງຮັບຜູ້ໂດຍສານໄດ້ 25 ລ້ານຄົນຕໍ່ປີ ແລະ ຮອງຮັບສິນຄ້າ 1 ລ້ານໂຕນຕໍ່ປີ ໂດຍຈະມີການຂະຫຍາຍພື້ນທີ່ສະໜາມບິນເພີ່ມ ເພື່ອສາມາດອຳນວຍຄວາມສະດວກໃນການລົງຈອດເຮືອບິນປະເພດຕ່າງໆ ໄດ້ຫລາຍເຖິງ 82 ລຳ.

ທັງນີ້ ຕາມສະຖິຕິປີ 2014 ສະໜາມບິນສາກົນເຕິ່ນເຊິນເຍິດ ໄດ້ຕ້ອນຮັບຜູ້ໂດຍສານຫລາຍກ່ວາ 22 ລ້ານຄົນ ແລະ ຮອງຮັບສິນຄ້າ 408,000 ໂຕນ ຊຶ່ງເພີ່ມຂຶ້ນຈາກປີກ່ອນໜ້າ 10.5%.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...