spot_img
Homeຂ່າວຕ່າງປະເທດຊາຍອິນເດຍຖືກລຸມຕີຈົນຕາຍ ຍ້ອນຖືກສົງໄສວ່າກິນຊີ້ນງົວ!

ຊາຍອິນເດຍຖືກລຸມຕີຈົນຕາຍ ຍ້ອນຖືກສົງໄສວ່າກິນຊີ້ນງົວ!

Published on

EyWwB5WU57MYnKOuXqzDCoYzQBav6J947Y4QHP7eU5yapQmjavOXqK

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ຕຸລາຜ່ານມານີ້ວ່າ ທ້າວ ໂມຮຳໝັດ ອັກຄະລັກ ຊຶ່ງເປັນຊາວມຸດສະລິມ ໄດ້ຖືກປະຊາຊົນຜູ້ນັບຖືສາສະໜາຮິນດູ ໃຊ້ກ້ອນຫີນລຸມທຸບຕີທຳຮ້າຍຮ່າງກາຍຈົນເສຍຊີວິດ ແລະ ລູກຊາຍຂອງລາວ ອາຍຸ 22 ປີ ກໍໄດ້ຮັບບາດເຈັບສາຫັດ ໃນມື້ວັນຈັນທີ 28 ກັນຍາຜ່ານມາ ຢູ່ບ້ານບິຊາດາ ເມືອງດາດຣີ ລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ຍ້ອນຖືກສົງໄສວ່າກິນຊີ້ນງົວເປັນອາຫານ.

ນາງ ຊາຈິດາ ອາຍຸ 18 ປີ ລູກສາວຂອງຜູ້ເສຍຊີວິດໄດ້ເປີດເຜີຍວ່າ ໃນມື້ເກີດເຫດມີຊາວບ້ານຫລາຍກ່ວາ 100 ຄົນ ບຸກມາຫາພວກເຂົາຢູ່ເຮືອນ ແລະ ກ່າວຫາວ່າພວກເຂົາລັກເກັບຊີ້ນງົວເອົາໄວ້ກິນພາຍໃນເຮືອນ ຈາກນັ້ນກໍພັງປະຕູເຮືອນເຂົ້າມາທຳຮ້າຍຮ່າງກາຍພໍ່ ແລະ ອ້າຍຂອງຕົນ ແລ້ວລາກພໍ່ຂອງຕົນອອກໄປນອກເຮືອນ ເອົາກ້ອນຫີນທຸບຕີຈົນເສຍຊີວິດ. ແນວໃດກໍຕາມ, ນາງ ຊາຈິດາ ໄດ້ປະຕິເສດວ່າ ຂໍ້ກ່າວຫາເລື່ອງຄອບຄົວຂອງນາງກິນຊີ້ນງົວນັ້ນ ແມ່ນບໍ່ເປັນຄວາມຈິງ ເນື່ອງຈາກຄອບຄົວຂອງຕົນກິນແຕ່ຊີ້ນແກະເທົ່ານັ້ນ ຊຶ່ງຕຳຫລວດກໍໄດ້ເອົາຕົວຢ່າງຊີ້ນຢູ່ເຮືອນຂອງນາງໄປກວດສອບແລ້ວ.

ຫລ້າສຸດເຈົ້າໜ້າທີ່ຕຳຫລວດອິນເດຍ ດຳເນີນການຈັບກຸມຜູ້ຖືກສົງໄສທີ່ມີສ່ວນຮ່ວມໃນການຄາດຕະກຳຄັ້ງນີ້ແລ້ວ 6 ຄົນ ພ້ອມທັງສືບຫາຜູ້ປ່ອຍຂ່າວລືເລື່ອງດັ່ງກ່າວ ໂດຍມີຊາວບ້ານຈຳນວນໜຶ່ງບໍ່ພໍໃຈໃນການຈັບກຸມຂອງເຈົ້າໜ້າທີ່ ຈຶ່ງໄດ້ອອກມາປະທ້ວງ ແລະ ປະທະກັບເຈົ້າໜ້າທີ່ຈົນມີລົດໄດ້ຮັບຄວາມເສຍຫາຍ.

ທັງນີ້ ລັດອຸດຕະຣະປະເທດ ເປັນໜຶ່ງໃນ 11 ລັດ ແລະ 2 ເຂດຂອງອິນເດຍ ທີ່ມີກົດໝາຍຫ້າມຂ້າງົວ ແລະ ຫ້າມຂາຍ ຫລື ກິນຊີ້ນງົວ ຕາມຄວາມເຊື່ອຖືຂອງຊາວຮິນດູທີ່ນັບຖືບູຊາງົວ.

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)