spot_img
Homeຂ່າວຕ່າງປະເທດປະທານປະເທດຈີນ ປະກາດຈະເພີ່ມທະຫານ 8,000 ຄົນ ໃຫ້ກອງກຳລັງຮັກສາສັນຕິພາບ UN!

ປະທານປະເທດຈີນ ປະກາດຈະເພີ່ມທະຫານ 8,000 ຄົນ ໃຫ້ກອງກຳລັງຮັກສາສັນຕິພາບ UN!

Published on

President  Xi Jinping of China addresses attendees during the 70th session of the United Nations General Assembly at the U.N. Headquarters in New York

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກັນຍານີ້ວ່າ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຢູ່ກອງປະຊຸມໃຫຍ່ສະຫະປະຊາຊາດ ໃນມື້ວັນຈັນທີ 28 ກັນຍາຜ່ານມາ ວ່າຈະສະໜັບສະໜູນທະຫານ 8,000 ຄົນ ໃຫ້ແກ່ກອງກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ແລະ ປະກາດຈະມອບຄວາມຊ່ວຍເຫລືອທາງທະຫານ ເປັນຈຳນວນເງິນ 100 ລ້ານໂດລາ ແກ່ສະຫະພາບອາຟຣິກາໃນໄລຍະ 5 ປີຂ້າງໜ້າ ເພື່ອສະໜັບສະໜູນການຈັດຕັ້ງກອງກຳລັງຮັກສາສັນຕິພາບ ຊຶ່ງການເຄື່ອນໄຫວຫລ້າສຸດດັ່ງກ່າວນີ້ ແມ່ນເຮັດໃຫ້ສາທາລະນະລັດປະຊາຊົນຈີນ ກຳລັງກາຍເປັນຜູ້ທີ່ມີບົດບາດສຳຄັນທີ່ສຸດ ໃນຄວາມພະຍາຍາມຮັກສາສັນຕິພາບໂລກ ໂດຍຜ່ານອົງການສະຫະປະຊາຊາດ.

ທັງນີ້ ຈາກຂໍ້ມູນຂອງອົງການສະຫະປະຊາຊາດເປີດເຜີຍເຖິງເດືອນສິງຫາຜ່ານມາພົບວ່າ ຈີນມີທະຫານ, ຕຳຫລວດ ແລະ ຄະນະທີ່ປຶກສາໃນກອງກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ປະມານ 3,000 ຄົນ ຊຶ່ງຖືເປັນປະເທດທີ່ໃຫ້ການສະໜັບສະໜູນດ້ານການຮັກສາສັນຕິພາບ ລາຍໃຫຍ່ທີ່ສຸດອັນດັບທີ 9 ຂອງໂລກ.

 

 

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...