spot_img
Homeຂ່າວການສຶກສາໂຮງຮຽນວິຊາຊີບຄົນພິການ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ

ໂຮງຮຽນວິຊາຊີບຄົນພິການ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ

Published on

20150921_095055

ໃນວັນທີ 21 ກັນຍານີ້, ໂຮງຮຽນວິຊາຊີບຄົນພິການສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ມີພິທີມອບໃບປະກາສະນີຍະບັດ ແລະ ໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ຮຽນຈົບຢູ່ໂຮງຮຽນດັ່ງກ່າວໃນສົກປີ 2014-2015 ຈໍານວນ 64 ຄົນ, ໃນນັ້ນມີຍິງ 20 ກວ່າຄົນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເພັດ ມະນີວົງ ຫົວໜ້າສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ແລະ ທ່ານຄຸນແມ່ ບຸນຮັກ ສາສີຕະກຸນ ຕາງໜ້າປະທານມູນນິທິສົ່ງເສີມການສຶກສາເຊນປອນເດີຊາດ ໃຫ້ກຽດມອບໃບປະກາສະນີຍະບັດ ແລະ ໃບຢັ້ງຢືນດັ່ງກ່າວ, ເຊິ່ງມີພະນັກງານ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມເປັນຈໍານວນຫລາຍ.

ຮອງອໍານວຍການໂຮງຮຽນດັ່ງກ່າວໃຫ້ຮູ້ວ່າ: ນັກຮຽນທີ່ຮຽນຈົບໃນສົກປີ 2014-2015 ນີ້, ມີທັງຫລັກສູດລະບົບ 2 ປີສາຂາບໍລິຫານທຸລະກິດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແມ່ນໄດ້ຮັບໃບປະກາສະນີຍະບັດທຽບເທົ່າຊັ້ນກາງ ແລະ ຫລັກສູດລະບົບ 1 ປີປະກອບມີສາຂາອີເລັກໂຕຼນິກ, ແກະສະລັກໄມ້, ຕັດຫຍີບ ແລະ ສ້ອມແປງລົດຈັກແມ່ນໄດ້ຮັບໃບຢັ້ງຢືນເພື່ອໃຫ້ພວກເຂົາສາມາດນໍາໃຊ້ໃນການໄປປະກອບອາຊີບຫາລ້ຽງຕົນເອງໄດ້.

ໂຮງຮຽນວິຊາຊີບຄົນພິການສີເກີດແມ່ນໂຄງການຮ່ວມມືລະຫວ່າງສູນການແພດໜ້າທີ່ການ ແລະ ມູນນິທິສົ່ງເສີມການສຶກສາເຊນປອນເດີຊາດແຫ່ງປະເທດໄທ, ໂດຍມູນນິທິດັ່ງກ່າວເປັນຜູ້ສະໜັບສະໜູນທັງໝົດເພື່ອສ້າງໂອກາດໃຫ້ຄົນພິການທາງດ້ານຮ່າງກາຍໃນທົ່ວປະເທດ, ໂດຍສະເພາະຜູ້ທີ່ຫຍຸ້ງຍາກ, ຂາດເຂີນ ແລະ ດ້ອຍໂອກາດໄດ້ຮັບການສຶກສາແລະວິຊາຊີບທີ່ດີເພື່ອໃຫ້ສາມາດນາໄປປະກອບອາຊີບໄດ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...