spot_img
Homeຂ່າວເຫດການລາວ - ອິນເດຍ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ລາວ – ອິນເດຍ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

Published on

laos-india

ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດແກ່ທ່ານ ໂມຮາມັດ ຮາມິດອັນຊາລີ ຮອງປະທານາທິບໍດີ ແຫ່ງ ສາທາລະນະລັດອິນເດຍ ແລະ ພັນລະຍາພ້ອມດ້ວຍຄະນະໃນຕອນເຊົ້າຂອງວັນທີ 18 ກັນຍານີ້, ທີ່ທໍານຽບປະທານປະເທດ(ຫໍຄຳ)ນະຄອນຫລວງວຽງຈັນ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການລະຫວ່າງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ໂມຮາມັດ ຮາມິດອັນຊາລີ ພ້ອມຄະນະ.

ໃນການພົບປະທີ່ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນນັ້ນ, ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງທ່ານຮອງປະທານາທິບໍດີ ໂມຮາມັດ ຮາມິດອັນຊາລີ ແລະ ພັນລະຍາພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນນິມິດໝາຍໃໝ່ທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ແລະ ເປັນການປະກອບສ່ວນທີ່ມີຄວາມໝາຍຢ່າງເລິກເຊິ່ງ ໃຫ້ແກ່ການສະເຫລີມສະຫລອງວັນຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ ໃນຕົ້ນປີໜ້າ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາຜົນສຳເລັດຂອງສາຍພົວພັນ

ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດອັນເປັນມູນເຊື້ອທີ່ມີມາຍາວນານເຖິງ 60 ປີ ແລະ ມີຄວາມຍິນດີທີ່ຈະສືບຕໍ່ຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃຫ້ແຕກດອກອອກຜົນຍິ່ງໆຂຶ້ນບົນຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເຫັນດີໃຫ້ມີການສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆ.

ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານອິນເດຍທີ່ໃຫ້ການສະໜັບສະໜູນ ແລະຊ່ວຍເຫລືອ ສປປ ລາວຕະຫລອດໄລຍະຜ່ານມາ ເປັນຕົ້ນ: ດ້ານການພັດທະນາຊັບພະຍາກອນມະນຸດ, ການໃຫ້ທຶນຝຶກອົບຮົມທັງໄລຍະສັ້ນ ແລະ ໄລຍະຍາວໃນຂະແໜງການຕ່າງໆ, ການຊ່ວຍເຫລືອດ້ານວັດທະນະທຳ, ກະສິກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສ້າງຂໍ້ມູນຂ່າວສານ, ວຽກງານປ້ອງກັນຊາດ, ການເກັບກູ້ລະເບີດບໍ່ທັນແຕກ, ລວມທັງການຊ່ວຍເຫລືອບັນເທົາທຸກແກ່ຜູ້ປະສົບໄພທຳມະຊາດອື່ນໆອີກ.

ໃນໂອກາດນີ້ທ່ານຮອງປະທານາທິບໍດີ ແຫ່ງສາທາລະນະລັດອິນເດຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດແຫ່ງ ສປປ ລາວ ກໍຄືລັດຖະບານ ແລະ ປະຊາຊົນລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໃນໂອກາດມາຢ້ຽມຢາມລາວຄັ້ງນີ້, ທັງໄດ້ເຊື້ອເຊີນທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ໄປຢ້ຽມຢາມອິນເດຍຢ່າງເປັນທາງການຕາມເວລາອັນເໝາະສົມ. ພ້ອມນັ້ນ,  ໄດ້ປະກາດໃຫ້ການຊ່ວຍເຫລືອຄອມພິວເຕີຈຳນວນ 40 ຊຸດຈາກກະຊວງປ້ອງກັນຊາດອິນເດຍ ໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ ໂດຍມອບໃຫ້ສະຖານທູດອິນເດຍປະຈຳລາວ ເປັນຜູ້ດຳເນີນການຕາມຂັ້ນຕອນ.

ພາຍຫລັງສຳເລັດການພົບປະສອງຝ່າຍທ່ານ ບຸນຍັງ ວໍລະຈິດ ແລ ະທ່ານ ໂມຮາມັດ ຮາມິດອັນຊາລີ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມບັນດາເອກກະສານທີ່ໄດ້ຕົກລົງກັນຢູ່ໃນກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍລາວ-ອິນເດຍຄັ້ງທີ 8 ຢູ່ນິວແດນລີ ໃນເດືອນສິງຫາ 2015 ຜ່ານມານີ້, ເຊິ່ງລວມມີສັນຍາໂຄງການທີ່ໄດ້ຮັບຜົນໄວຢູ່ໃນຂອບການຮ່ວມມືແມ່ນ້ຳຂອງ-ຄົງຄາ, ສັນຍາວ່າດ້ວຍການຂົນສົ່ງທາງອາກາດ ແລະ ເອກະສານມອບ-ຮັບ 2 ໂຄງການຊົນລະປະທານຢູ່ແຂວງຈຳປາສັກຕື່ມອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)