spot_img
Homeຂ່າວຕ່າງປະເທດອິນ​ໂດ​ເນ​ເຊຍ ຢຸ​ຕິ​ການ​ຄົ້ນ​ຫາ QZ8501 ແລ້ວ ລວມ​ພົບ​ສົບ​ຜູ້​ເສຍ​ຊີ​ວິດ 106 ຄົນ!

ອິນ​ໂດ​ເນ​ເຊຍ ຢຸ​ຕິ​ການ​ຄົ້ນ​ຫາ QZ8501 ແລ້ວ ລວມ​ພົບ​ສົບ​ຜູ້​ເສຍ​ຊີ​ວິດ 106 ຄົນ!

Published on

605896-01

ທີມ​ຄົ້ນ​ຫາ ແລະ ກູ້​ໄພ​ອິນ​ໂດ​ເນ​ເຊຍ ຢຸ​ຕິ​ປະ​ຕິ​ບັດ​ການ​ຄົ້ນ​ຫາ​ເຮືອ​ບິນ ຖ້ຽວ​ບິນ QZ8501 ທັງ​ໝົດ​ແລ້ວ ຈາກ​ອຸ​ບັດ​ເຫດ​ຕົກ​ລົງ​ທະ​ເລ​ຊະ​ວາ ເມື່ອ​ທ້າຍ​ປີ​ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 18 ມີ​ນາ​ນີ້​ວ່າ ຈາກ​ອຸ​ບັດ​ເຫດ​ເຮືອ​ບິນ​ໂດຍ​ສານ​ຂອງ​ສາຍ​ການ​ບິນ​ ແອ​ຣ໌ ເອ​ເຊຍ ອິນ​ໂດ​ເນ​ເຊຍ ຖ້ຽວ​ບິນ QZ8501 ຈາກ​ເສັ້ນ​ທາງ​ບິນ​ເມືອງ​ສຸ​ຣາ​ບາ​ຢາ ປະ​ເທດ​ອິນ​ໂດ​ເນ​ເຊຍ ມຸ່ງ​ໜ້າ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ທີ່​ປະ​ເທດ​ສິງ​ກະ​ໂປ ໃນ​ມື້​ວັນ​ທີ 28 ທັນ​ວາ​ 2014 ຜ່ານ​ມາ​ນັ້ນ ໄດ້​ຕົກ​ລົງ​ທະ​ເລ​ຊະ​ວາ ທ່າມ​ກາງ​ອາ​ກາດ​ທີ່​ມີ​ພາ​ຍຸ​ຟ້າ​ຄະ​ນອງ ເຊິ່ງ​ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ເສຍ​ຊີ​ວິດ ລວມ 162 ຄົນ.

ອຸ​ບັດ​ເຫດ​ດັ່ງ​ກ່າວ​ນີ້ ໄດ້​ເຮັດ​ໃຫ້​ນາໆ​ປະ​ເທດ​ສົ່ງ​ເຮືອ ແລະ ເຮືອ​ບິນ​ເຂົ້າ​ຮ່ວມ​ຄົ້ນ​ຫາ ທັງ​ຊາກ​ຂອງ​ເຮືອ​ບິນ ແລະ ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຕໍ່​ເນື່ອງ ຈົນ​ມາ​ຮອດ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ການ​ຄົ້ນ​ຫາ​ໄດ້​ຫລຸດ​ລະ​ດັບ​ລົງ ເມື່ອ​ເຮືອ​ຂອງ​ຕ່າງ​ປະ​ເທດ​ໄດ້​ເລີ່ມ​ຖອນ​ກຳ​ລັງ​ກັບ​ໄປ ເຫລືອ​ພຽງ​ແຕ່​ເຮືອ​ຂອງກອງ​ທັບ​ອິນ​ໂດ​ເນ​ເຊຍ ທີ່​ຍັງ​ຄົງ​ໃຊ້​ກຳ​ລັງ​ທະ​ຫານ ແລະ ອຸ​ປະ​ກອນ​ເຄື່ອງ​ມື​ໃນ​ການ​ຄົ້ນ​ຫາ​ຢູ່.  ລ່າ​ສຸດ ເຮືອ 4 ລຳ​ຂອງ​ສຳ​ນັກ​ຄົ້ນ​ຫາ ແລະ ກູ້​ໄພ​ພົນ​ລະ​ເຮືອນ ໄດ້​ເລີ່ມ​ຖອນ​ກັບ​ຄືນ​ນະ​ຄອນ​ຫລວງ​ຈາ​ກາ​ຕາ ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້ (18 ມີ​ນາ) ແລ້ວ ໂດຍ​ລວມ​ຈຳ​ນວນ​ສົບ​ທີ່​ຄົ້ນ​ພົບ ແມ່ນ​ຢູ່​ທີ່ 106 ສົບ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...