spot_img
Homeຂ່າວຕ່າງປະເທດກອງ​ທັບ​ອີ​ຣັກ ບຸກ​ຍຶດ​ເມືອງ​ຕິກ​ຣິດຄືນ​ສຳ​ເລັດ ຫລັງ IS ຍຶດ​ຄອງ​ມາ​ຫລາຍ​ເດືອນ!

ກອງ​ທັບ​ອີ​ຣັກ ບຸກ​ຍຶດ​ເມືອງ​ຕິກ​ຣິດຄືນ​ສຳ​ເລັດ ຫລັງ IS ຍຶດ​ຄອງ​ມາ​ຫລາຍ​ເດືອນ!

Published on

EyWwB5WU57MYnKOuFqLz7yzdP3AuHSmHBbjh87P0HroyUCteMcO6eF

ກອງ​ກຳ​ລັງ​ອີ​ຣັກ​ສາ​ມາດ​ບຸກ​ເຂົ້າ​ເມືອງ​ຕິກ​ຣິດ ແລະ ຍຶດ​ໂຮງ​ໝໍ​ທະ​ຫານ​ຄືນ​ຈາກ​ກຸ່ມ IS ສຳ​ເລັດ ຫລັງ​ບຸກ​ໂຈມ​ຕີ​ຫລາຍ​ອາ​ທິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ມີ​ນາ​ຜ່ານ​ມາ​ນີ້​ວ່າ ກອງ​ກຳ​ລັງ​ຮ່ວມ​ລະ​ຫວ່າງກອງ​ທັບ​ອີ​ຣັກ ແລະ ກຸ່ມ​ຕິດ​ອາ​ວຸດ​ອິດ​ສະ​ລາມ​ນິ​ກາຍ​ສຸ​ໜີ່ ແລະ ຊີ​ອະ ສາ​ມາດ​ຍຶດ​ຄືນ​ໂຮງ​ໝໍ​ທະ​ຫານ ໃນ​ເມືອງ​ຕິກ​ຣິດ ເຊິ່ງ​ຕັ້ງ​ຢູ່​ບໍ່​ໄກ​ຈາກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຄືນ​ຈາກ​ກຸ່ມ​ລັດ​ອິດ​ສະ​ລາມ (IS) ໄດ້​ແລ້ວ ໃນ​ມື້​ວັນ​ພຸດ​ທີ 11 ມີ​ນາ​ຜ່ານ​ມາ ຫລັງ​ຈາກ​ພະ​ຍາ​ຍາມ​ທີ່​ຈະ​ປົດ​ປ່ອຍ​ເມືອງ​ດັ່ງ​ກ່າວ ຈາກ​ກຸ່ມ​ລັດ​ອິດ​ສະ​ລາມ​ດົນ​ນານ​ຫລາຍ​ອາ​ທິດ.

ທັງ​ນີ້ ເມືອງ​ຕິກ​ຣິດ​ເປັນ​ບ້ານ​ເກີດ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຊັດ​ດຳ ຮຸນດ​ເຊນ ໂດຍ​ຖືກ​ກຸ່ມ​ລັດ​ອິດ​ສະ​ລາມ​ຍຶດ​ຄອງ​ໄດ້ ໃນ​ເດືອນ​ມິ​ຖຸ​ນາ ປີ 2014 ກ່ອນ​ທີ່​ໃນ​ມື້​ວັນ​ທີ 1 ມີ​ນາ​ຜ່ານ​ມາ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄຮ​ເດີ ອັນ-ອາ​ບາ​ດີ ແຫ່ງ​ອີ​ຣັກ ຈະ​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບ ເຂົ້າ​ບຸກ​ໂຈມ​ຕີ​ຍຶດ​ເມືອງ​ດັ່ງ​ກ່າວ​ຄືນ​ຈາກ​ກຸ່ມ IS ຈົນ​ສາ​ມາດ​ຍຶດ​ສຳ​ເລັດ​ໄດ້​ໃນ​ທີ່​ສຸດ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...