spot_img
Homeຂ່າວຕ່າງປະເທດມຽນມ້າຈັບຊ້າງເຜືອກໄດ້ ເປັນໂຕທີ 9 ຂອງປະເທດ!

ມຽນມ້າຈັບຊ້າງເຜືອກໄດ້ ເປັນໂຕທີ 9 ຂອງປະເທດ!

Published on

Myanmar White Elephant

ເຈົ້າໜ້າທີ່ກົມປ່າໄມ້ມຽນມ້າເປີດເຜີຍວ່າ ສາມາດຈັບຊ້າງເຜືອກຫາຍາກໄດ້ 1 ໂຕ ໃນບໍລິເວນປ່າເຂດອີຣະວະດີ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1​ ມີນາຜ່ານມານີ້ວ່າ ທ່ານ ຕຸນ ຕຸນ ອູ ເຈົ້າໜ້າທີ່ກົມປ່າໄມ້ຂອງມຽນມ້າໄດ້ລະບຸ ສາມາດຈັບຊ້າງເຜືອກໄດ້ 1 ໂຕ ເຊິ່ງເປັນເພດແມ່ ອາຍຸ 7 ປີ ໂດຍຈັບໄດ້ໃນວັນສຸກທີ 27 ກຸມພາຜ່ານມາ ໃນເຂດປ່າສະຫງວນຂອງເມືອງພະສິມ ເຊິ່ງນັບເປັນຊ້າງເຜືອກໂຕທີ 9 ທີ່ຖືກຈັບໄດ້ໃນປະເທດມຽນມ້າ.

ທັງນີ້ ຊ້າງເຜືອກເປັນສິດທີ່ໄດ້ຮັບການເຄົາລົບນັບຖືມາຫລາຍສະຕະວັດໃນມຽນມ້າ ໄທ ແລະ ລາວ ລວມເຖິງບັນດາປະເທດໃນພາກພື້ອນອາຊີອື່ນໆ ເນື່ອງຈາກຊ້າງເຜືອກມີສີອົມບົວ ຂົນຕາ ແລະ ເລັບຕີນມີສີຂາວ ຖ້າຫາກພົບເຫັນແມ່ນຈະຖືກຄ້ອງມາ ເພື່ອລ້ຽງດູໂດຍກະສັດ ແລະ ຫລາຍຄົນເຊື່ອວ່າຊ້າງເຜືອກເຫລົ່ານີ້ ຈະນຳໂຊກດີຄືນມາສູ່ປະເທດ.

ປັດຈຸບັນມຽນມ້າ ມີຊ້າງເຜືອກຢູ່ໃນຄອບຄອງທັງໝົດ 8 ໂຕ ສ່ວນໃຫຍ່ແມ່ນໄດ້ມາຈາກເຂດອີຣະວະດີ ໂດຍຖືກລ້ຽໜງຢູ່ສວນສັດນະຄອນຫລວງເນປິດໍ 5​ ໂຕ ທີ່ສວນສັດນະຄອນຢາງກຸ້ງ 3 ໂຕ ໂດຍໂຕລ່າສຸດທີ່ຈັບໄດ້ນັ້ນ ແມ່ນຍັງບໍ່ທັນຮູ້ຊັດເຈນວ່າ ຈະນຳໄປລ້ຽງໄວ້ຢູ່ສະຖານທີ່ໃດ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...