spot_img
Homeຂ່າວຕ່າງປະເທດອິນໂດເນເຊຍ ສັ່ງເອົາຜິດເຈົ້າໜ້າທີ່ ປ່ອຍ QZ8501 ຂຶ້ນບິນ ໂດຍບໍ່ໄດ້ຮັບອະນຸຍາດ!

ອິນໂດເນເຊຍ ສັ່ງເອົາຜິດເຈົ້າໜ້າທີ່ ປ່ອຍ QZ8501 ຂຶ້ນບິນ ໂດຍບໍ່ໄດ້ຮັບອະນຸຍາດ!

Published on

590079-01

 

ກະຊວງຄົມມະນາຄົມອິນໂດເນເຊຍ ສັ່ງເອົາຜິດເຈົ້າໜ້າທີ່ ທີ່ປ່ອຍໃຫ້ຖ້ຽວບິນ QZ8501 ຂອງສາຍການບິນ ແອຣ໌

ເອເຊຍ ຂຶ້ນບິນໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ.

 

ວັນທີ 6 ມັງກອນນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ດິໂຈໂຄ ມູຈັດມັອດໂຈ້ ຮັກສາການຜູ້ອຳນວຍການໃຫຍ່

ກົມຄົມມະນາຄົມທາງອາກາດ ໄດ້ຖະແຫລງວ່າ ຈະທຳການກວດສອບໃບອະນຸຍາດ ແລະ ຕາຕະລາງບິນຂອງສາຍການ

ບິນທັງໝົດທີ່ໃຫ້ບໍລິການໃນອິນໂດເນເຊຍ ເພື່ອເບິ່ງວ່າມີການລະເມີດກົດລະບຽບ ຫລື ບໍ່.

 

ທັງນີ້ ໃນມື້ທີ່ຖ້ຽວບິນ QZ8501 ຂອງ ແອຣ໌ ເອເຊຍ ອິນໂດເນເຊຍ ປະສົບອຸບັດເຫດຕົກລົງໃນທະເລຊະວາ ກ່ອນເຖິງ

ຈຸດໝາຍໃນປະເທດສິງກະໂປ ພ້ອມຜູ້ໂດຍສານ ແລະ ລູກເຮືອ 162 ຄົນນັ້ນ ເປັນມື້ວັນທີ 28 ທັນວາ 2014 ໂດຍມື້ດັ່ງນີ້

ແມ່ນເປັນມື້ທີ່ສາຍການບິນ ແອຣ໌ ເອເຊຍ ບໍ່ໄດ້ຮັບອະນຸຍາດໃຫ້ບິນໃນເສັ້ນທາງດັ່ງກ່າວ.

 

ທ່ານ ດິໂຈໂຄ ຍັງເວົ້າຢ້ຳອີກວ່າ ແອຣ໌ ເອເຊຍ ອິນໂດເນເຊຍ ເຊິ່ງເປັນກິດຈະການໃນກຸ່ມບໍລິສັດຂອງ ແອຣ໌ ເອເຊຍ ນັ້ນ

ມີສຳນັກງານໃຫຍ່ຕັ້ງຢູ່ໃນມາເລເຊຍ ໄດ້ກະທຳຜິດຢ່າງຈະແຈ້ງ ແລະ ກຳລັງເລັ່ງສອບສວນວ່າ ສາເຫດໃດສາຍການບິນ

ນີ້ ຈິ່ງສາມາດໃຊ້ຕາຕະລາງບິນທີ່ບໍ່ໄດ້ຮັບອະນຸຍາດມາດົນເຖິງ 3 ເດືອນແລ້ວ ໂດຍທີ່ກະຊວງຄົມມະນາຄົມຂອງອິນໂດ

ເນເຊຍ ບໍ່ໄດ້ມີການດຳເນີນການໃດໆເລີຍ.

 

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)