spot_img
Homeຂ່າວຕ່າງປະເທດນະຄອນໂຮ່ຈິມິນ ຈູດພຸ ແລະ ດອກໄມ້ໄຟ ສະຫລອງປີໃໝ່ຢ່າງຍິ່ງໃຫຍ່

ນະຄອນໂຮ່ຈິມິນ ຈູດພຸ ແລະ ດອກໄມ້ໄຟ ສະຫລອງປີໃໝ່ຢ່າງຍິ່ງໃຫຍ່

Published on

558000000003404

 

ອົງການປົກຄອງນະຄອນໂຮ່ຈິມິນ ໄດ້ຈັດສະແດງຈູດພຸ ແລະ ດອກໄມ້ໄຟຢ່າງຍິ່ງໃຫຍ່ ຕ້ອນຮັບປີ 2015 ໃນຄືນວັນທີ

31 ທັນວາຜ່ານມາ ເຊິ່ງເປັນປີຄົບຮອບທີ 40 ບັ້ນຮົບປົດປ່ອຍໄຊງ່ອນ.

 

ການສະແດງໄດ້ຈັດຂຶ້ນຢູ່ໃນເຂດໃນກາງເມືອງ ທ່າມກາງປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຊົມຈຳນວນຫລາຍແສນຄົນ

ໂດຍນອກຈາກຈະມີການຈູດພຸ ແລະ ດອກໄມ້ໄຟແລ້ວ ຍັງມີການຍິງແສງເລເຊີສາມມິຕິ ຫລາກຫລາຍສີສັນຈາກອາຄານ

ສູງຕ່າງໆອີກດ້ວຍ ເຮັດໃຫ້ທ້ອງຟ້າເໜືອນະຄອນໂຮ່ຈິມິນ ສະຫວ່າງສະໄຫວສວຍສົດງົດງາມໄປທົ່ວ.

 

ການສະແດງດອກໄມ້ໄຟເປັນເວລາ 15 ນາທີ ກັບການຍິງແສງເລເຊີລະບົບ 3 ມິຕິ ສະຫລັບກັນເປັນຮູບພາບຕ່າງໆເຊັ່ນ:

ຮູບປະທານໂຮ່ຈິມິນ, ຮູບທຸງຊາດຫວຽດນາມ ແລະ ທຸງພັກທ່າມທາງສຽງຕົບມືດັງກຶກກ້ອງຈາກມວນຊົນ.

 

558000000003401

558000000003402

558000000003403

558000000003416

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...