spot_img
Homeຂ່າວຕ່າງປະເທດຊິມບັບເວ ປະກາດສົ່ງອອກຊ້າງປ່າ ເພາະມີຊ້າງຈຳນວນຫລາຍເກີນໄປ

ຊິມບັບເວ ປະກາດສົ່ງອອກຊ້າງປ່າ ເພາະມີຊ້າງຈຳນວນຫລາຍເກີນໄປ

Published on

557000015335801

 

ທາງການຊິມບັບເວ ປະກາດແຜນສົ່ງອອກຊ້າງປ່າ ຢ່າງໜ້ອຍ 62 ໂຕ ເພື່ອຫລຸດຈຳນວນຊ້າງປ່າໃນທຳມະຊາດ ເຊິ່ງມີ

ຈຳນວນຫລາຍເກີນໄປ.

 

ສຳນັກຂ່າວຕ່າງປະເທດ ລາຍງານ ໃນວັນທີ 26 ທັນວານີ້ວ່າ ທ່ານ ເຈີຣີ ໂກໂຕຣາ ຜູ້ອຳນວຍການສຳນັກງານຄຸ້ມຄອງສັດ

ປ່າ ແລະ ອຸທິຍານແຫ່ງຊາດຊິມບັບເວ ໄດ້ເປີດເຜີຍໃນວັນພະຫັດທີ 25 ທັນວາຜ່ານມາວ່າ ທາງການກຽມສົ່ງອອກຊ້າງປ່າ

ຈຳນວນຢ່າງໜ້ອຍ 62 ໂຕ ພາຍໃນໄລຍະໄຕມາດທຳອິດຂອງປີໜ້າ ແລະ ຖືເປັນການສົ່ງອອກເຊິ່ງທາງລັດຖະບານຈະໄດ້

ຮັບຄ່າຕອບແທນ ບໍ່ແຕກຕ່າງຫຍັງກັບການສົ່ງອອກສິນຄ້າທົ່ວໄປ.

 

ເບື້ອງຕົ້ນມີລາຍງານວ່າ ມີຜູ້ສົນໃຈສັ່ງຊື້ຊ້າງປ່າຈາກຊິມບັບເວແລ້ວຫລາຍລາຍ ຈາກຝຣັ່ງ,​ ຈີນ ລວມໄປເຖິງເສດຖີກະ

ເປົາໜັກໃນສະຫະລັດອາຫລັບເອມິເຣດ ອີກດ້ວຍ.

 

557000015335803

 

ທັງນີ້ ລາຍງານຂ່າວໄດ້ກ່າວວ່າ ຊິມບັບເວມີສັກກະຍະພາບ ໃນການຄຸ້ມຄອງຮອງຮັບຊ້າງປ່າໄດ້ພຽງ 42,000 ໂຕເທົ່ານັ້ນ

ແຕ່ຈຳນວນຊ້າງປ່າພາຍໃນປະເທດໃນເວລານີ້ ແມ່ນມີສູງເຖິງ 80,000​ ໂຕ.

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...