spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດ ພົບປາອາໄສໃນນ້ຳເລິກທີ່ສຸດໃນໂລກ ທີ່ຄວາມເລິກ 8 ກິໂລແມັດ

ນັກວິທະຍາສາດ ພົບປາອາໄສໃນນ້ຳເລິກທີ່ສຸດໃນໂລກ ທີ່ຄວາມເລິກ 8 ກິໂລແມັດ

Published on

news-science-7348

 

ນັກວິທະຍາສາດຄົ້ນພົບປາທີ່ອາໄສຢູ່ໃນນ້ຳເລິກທີ່ສຸດໃນໂລກ ທີ່ຄວາມເລິກ 8 ກິໂລແມັດ ຈາກລະດັບໜ້ານ້ຳທະເລ.

 

ເມື່ອວັນທີ 19 ທັນວາ 2014 ນີ້ ມີລາຍງານຈາກແຫລ່ງຂ່າວຂອງຕ່າງປະເທດວ່າ ນັກວິທະຍາສາດພົບປານ້ຳທະເລເລິກ

ທີ່ອາໄສຢູ່ໃນບໍລິເວນນ້ຳເລິກທີ່ສຸດໃນໂລກ ຄືຮ່ອງເລິກກົ້ນມະຫາສະໝຸດມາເຣຍນາ ເທຣນ ໃນມະຫາສະໝຸດປາຊີຟິກ

ເຊິ່ງເປັນເລື່ອງທີ່ໜ້າອັດສະຈັນໃຈຫລາຍ ທີ່ມັນສາມາດອາໄສຢູ່ໄດ້ ໃນລະດັບເລິກເຖິງ 8 ກິໂລແມັດ.

 

ສຳລັບຝູງປາດັ່ງກ່າວນີ້ ເຊິ່ງເປັນປາທີ່ຖືກຄົ້ນພົບໃໝ່ ໂດຍທີ່ຍັງບໍ່ທັນໄດ້ມີການຕັ້ງຊື່ໃຫ້ເທື່ອ ເປັນປາໃນຕະກູນ Snail

-fish ອາໄສຢູ່ບໍວິເວນກົ້ນມະຫາສະໝຸດມາເຣຍນາ ເທຣນ ໃນຄວາມເລິກ 8,145 ແມັດ ເຮັດໃຫ້ທຸບສະຖິຕິຂອງປາທະ

ເລນ້ຳເລິກ ເຊິ່ງສະຖິຕິເກົ່າທີ່ໄດ້ບັນທຶກໄວ້ ເລິກທີ່ສຸດແມ່ນພຽງແຕ່ 500 ແມັດເທົ່ານັ້ນ.

 

ທ່ານ ອະລັນ ເຈມີສັນ ນັກສຳຫລວດຈາກມະຫາວິທະຍາໄລອະເບີດີນ ຂອງສະຫະຣາຊະອານາຈັກ ເຊິ່ງເປັນໜຶ່ງໃນທີມສຳ

ຫລວດລະດັບສາກົນ ໄດ້ເປີດເຜີຍວ່າ ປາທະເລນ້ຳເລິກນີ້ ມີໜ້າຕາທີ່ເຮົາບໍ່ເຄີຍເຫັນມາກ່ອນ ໂດຍລຳໂຕຂອງມັນມີລັກ

ສະນະບອບບາງຫລາຍ ແລະ ມີຄີທີ່ຍາວຄ້າຍຄືກັບປີກ.

 

ທັງນີ້ ສຳລັບຮ່ອງນ້ຳເລິກກົ້ນມະຫາສະໝຸດມາເຣຍນາ ເທຣນ ມີຈຸດເລິກທີ່ສຸດຢູ່ທີ່ລະດັບ 11​ ກິໂລແມັດ ຈາກລະດັບໜ້າ

ນ້ຳທະເລ ໂດຍບໍລິເວນດັ່ງກ່າວນີ້ ມີການຄົ້ນພົບສັດນ້ຳຂະໜາດໃຫຍ່ ແລະ ນ້ອຍຈຳນວນຫລາຍສາຍພັນ ພາຍໃຕ້ຮ່ອງ

ເລິກທີ່ເຢືອກເຢັນ ແລະ ມືດມິດ.

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)