spot_img
Homeຂ່າວຕ່າງປະເທດພິດພາຍຸຮາກູປິດ ລ່າສຸດຟິລິບປິນສັງເວີຍແລ້ວ 27 ຄົນ!

ພິດພາຍຸຮາກູປິດ ລ່າສຸດຟິລິບປິນສັງເວີຍແລ້ວ 27 ຄົນ!

Published on

584341-01

 

ພິດຮ້າຍພາຍຸຮາກູປິດ ຖະຫລົ່ມເກາະຟິລິບປິນ ລາຍງານລ່າສຸດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 27 ຄົນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວານີ້ວ່າ ເຫດພາຍຸໄຕ້ຝຸ່ນຮາກູປິດ ພັດຖະຫລົ່ມປະເທດຟິລິບປິນ

ຕັ້ງແຕ່ອາທິດທີ່ຜ່ານມາ ລ່າສຸດແມ່ນມີລາຍງານຜູ້ເສຍຊີວິດແລ້ວຢ່າງໜ້ອຍ 27 ຄົນ ໂດຍໃນຈຳນວນນີ້ ເປັນຊາວ

ໂບຣອງກັນ ເຊິ່ງເປັນເມືອງຫລັກຂອງແຂວງຊາມາເຖິງ 16 ຄົນ ທີ່ຖືກເຄາະຮ້າຍຈາກລະດັບນ້ຳທີ່ສູງ ຈົນເຮັດໃຫ້

ເຮືອນຊານເພພັງເສຍຫາຍຈຳນວນຫລາຍ ໃນຂະນະທີ່ນະຄອນຫລວງມະນິລາ ແມ່ນໄດ້ພົບຜູ້ເສຍຊີວິດແລ້ວ 2 ຄົນ

ແລະ ບາດເຈັບອີກ 3 ຄົນ.

 

NjpUs24nCQKx5e1DGn8Tna7RT3swH3fSQHVaoQoSJjB

 

ຢ່າງໃດກໍຕາມ ທາງການຟິລິບປິນ ຫວັງວ່າຄວາມເສຍຫາຍໃນປີນີ້ ຈະບໍ່ໜັກໜ່ວງເທົ່າກັບປີທີ່ຜ່ານມາ ເພາະໄດ້ມີ

ການກຽມພ້ອມຮັບມືໄວ້ແຕ່ຫົວທີ ດ້ວຍການອົບພະຍົບປະຊາຊົນໃນພື້ນທີ່ສ່ຽງໄພ ອອກຈາກພື້ນທີ່ທີ່ຄາດວ່າຈະໄດ້

ຮັບຜົນກະທົບ ຕັ້ງແຕ່ຄືນວັນເສົາທີ 29 ພະຈິກເປັນຕົ້ນມາ ເຊິ່ງມີຈຳນວນຜູ້ອົບພະຍົບກ່ວາລ້ານຄົນ.

 

NjpUs24nCQKx5e1DGn8Tna7RT3swH3XAy9VvN9Eem6Y

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...