spot_img
Homeຂ່າວຕ່າງປະເທດຕຳຫລວດອິນໂດເນເຊຍ ປະທະຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນ ເສຍຊີວິດ 1 ຄົນ

ຕຳຫລວດອິນໂດເນເຊຍ ປະທະຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນ ເສຍຊີວິດ 1 ຄົນ

Published on

582187-01

 

ຕຳຫລວດອິນໂດເນເຊຍ ປະທະຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນ ທີ່ພະຍາຍາມຝ່າຝືນເຂົ້າໄປສຳນັກງານປົກຄອງ

ໃນທ້ອງຖິ່ນ ເມືອງມາຄາສຊາ ເທິງເກາະສຸລາເວສີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ພະຈິກນີ້ວ່າ ກຸ່ມຜູ້ປະທ້ວງຕ້ານຂຶ້ນລາຄານ້ຳມັນໃນອິນໂດເນເຊຍ

ໄດ້ປະທະກັບຕຳຫລວດໃນບໍລິເວນພາກກາງຂອງປະເທດ ໃນລະຫວ່າງການຊຸມນຸມຕໍ່ຕ້ານລາຄານ້ຳມັນທີ່ສູງຂຶ້ນ

ຢ່າງກະທັນຫັນ ຕາມພາຍຫລັງລັດຖະບານອິນໂດເນເຊຍ ໄດ້ປະກາດຫລຸດການອຸດໜນລາຄານ້ຳມັນເຊື້ອໄພເມື່ອ

ກາງເດືອນທີ່ຜ່ານມາ ສົ່ງຜົນເຮັດໃຫ້ການປະທະກັນດັ່ງກ່າວ ມີຜູ້ເສຍຊີວິດ 1 ຄົນ ເປັນຊາຍອາຍຸ 27 ປີ ເສຍຊີວິດ

ໂດຍພົບສົບຢູ່ເທິງຖະໜົນ ຫລັງຕຳຫລວດຍິງແກ໊ສນ້ຳຕາ ແລະ ສີດນ້ຳເຂົ້າສະຫລາຍກຸ່ມຜູ້ປະທ້ວງ ເຊິ່ງມີຢູ່ປະ

ມານ 200​ອກ່ວາຄົນ ໂດຍກຸ່ມຜູ້ປະທ້ວງດັ່ງກ່າວ ໄດ້ພະຍາຍາມບຸກເຂົ້າໄປໃນສຳນັກງານປົກຄອງທ້ອງຖິ່ນຂອງ

ເມືອງມາຄາສຊາ ເທິງເກາະສຸລາເວສີ.

 

ດ້ານໂຄສົກຕຳຫລວດໃນທ້ອງຖິ່ນໄດ້ກ່າວວ່າ ຜູ້ຊຸມນຸມມີທັງນັກສຶກສາ ແລະ ຊາວບ້ານ ໄດ້ພາກັນແກ່ວງກ້ອນ

ຫີນເຂົ້າໃສ່ເຈົ້າໜ້າທີ່ກ່ອນ ເຮັດໃຫ້ຕຳຫລວດຕ້ອງແກ່ວງກ້ອນຫີນກັບຄືນໄປ ພ້ອມທັງກ່າວຕໍ່ອີກວ່າ ກຸ່ມຜູ້ປະ

ທ້ວງໄດ້ພັງປະຕູສຳກງານຜູ້ວ່າການ ແລະ ຕຳຫລວດພະຍາຍາມຜັກດັນພວກເຂົາກັບໄປ ແລະ ຫລັງຈາກເຫລົ່າ

ຜູ້ປະທ້ວງຖອຍອອກໄປນັ້ນ ກໍປະກົດເຫັນຊາຍຄົນໜຶ່ງນອນຢູ່ເທິງຖະໜົນ ໃນສະພາບທີ່ໄດ້ຮັບບາດເຈັບບໍລິ

ເວນຫົວ, ສ່ວນສາເຫດຂອງການເສຍຊີວິດໃນຄັ້ງນີ້ ຍັງຢູ່ລະຫວ່າງການສືບສວນຂອງເຈົາໜ້າທີ່.

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...