spot_img
Homeຂ່າວຕ່າງປະເທດຕົດຫອມມີຈິງ! ຊາວຝຣັ່ງຄິດຄົ້ນຢາ ປ່ຽນກິ່ນຕົດໃຫ້ຫອມດັ່ງດອກໄມ້!

ຕົດຫອມມີຈິງ! ຊາວຝຣັ່ງຄິດຄົ້ນຢາ ປ່ຽນກິ່ນຕົດໃຫ້ຫອມດັ່ງດອກໄມ້!

Published on

EyWwB5WU57MYnKOuFIvFlwLmcMJU15wZD6xz2mIlnvy7ZSQjQvUstW

 

ຊາວຝຣັ່ງໄອເດຍດີ ຄິດຄົ້ນຢາສະກັດຈາກທຳມະຊາດ ຊ່ວຍປ່ຽນກິ່ນຕົດໃຫ້ກາຍເປັນກິ່ນຫອມຂອງດອກໄມ້ ຫລື

ກິ່ນຊ໊ອກໂກແລັດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ພະຈິກນີ້ວ່າ ທ່ານ ຄຣິສຕີຍັອງ ປົວເຊີວານ (Christian Pointcheval)

ຊາຍຊາວຝຣັ່ງ ອາຍຸ 65 ປີ ໄດ້ພັດທະນາສູດຢາຫລຸດກົດໃນກະເພາະອາຫານ ທີ່ຊ່ວຍປ່ຽນກິ່ນຕົດໃຫ້ອັນບໍ່ເພິ່ງປະສົງ

ໃຫ້ກາຍເປັນກິ່ນຫອມ ໂດຍໄດ້ຮັບແຮງບັນດານໃຈຈາກເຫດການທີ່ເຂົາກຳລັງຮັບປະທານອາຫານກັບໝູ່ເພື່ອນ ແຕ່

ຢູ່ດີໆກໍມີໝູ່ຄົນໜຶ່ງຕົດອອກມາໂດຍບໍ່ໄດ້ຕັ້ງໃຈ ໂດຍເຂົາໄດ້ບອກວ່າ ກິ່ນຕົດໃນຄັ້ງນັ້ນເໝັນມະຫຶມາ ຈົນເຂົາເກືອບ

ຈະຫາຍໃຈບໍ່ອອກ.

 

ຫລັງຈາກນັ້ນເຂົາຈິ່ງໄດ້ພະຍາຍາມຫາທາງແກ້ປັນຫາ ຈົນສາມາດຄິດຄົ້ນຢາ ທີ່ຊ່ວຍໃຫ້ທຸກຄົນສາມາດຕົດໄດ້ແບບ

ບໍ່ຕ້ອງເຂີນອາຍຕໍ່ໄປອີກ ເຊິ່ງຢາຫລຸດກົດນີ້ ສະກັດຂຶ້ນຈາກສ່ວນປະສົມຂອງທຳມະຊາດຫລາຍຊະນິດ ເຊິ່ງຈະຊ່ວຍ

ເຮັດໃຫ້ກິ່ນຕົດກາຍເປັນກິ່ນດອກໄມ້ ຫລື ກິ່ນຊ໊ອກໂກແລັດ ແລະ ຍັງມີສັບພະຄຸນຊ່ວຍຍ່ອຍ ຫລື ຫລຸດແກ໊ສໃນກະ

ເພາະອາຫານ ລວມເຖິງແກ້ທ້ອງອືດໄດ້ອີກດ້ວຍ.

 

ປັດຈຸບັນເຂົາໄດ້ວາງຈຳໜ່າຍຜ່ານເວັບໄຊ້ສ່ວນຕົວ ທາງ www.pilulepet.com ເຊິ່ງໃນຕອນທຳອິດນີ້ ແມ່ນມີພຽງ

ກິ່ນດອກກຸຫລາບ ແລະ ດອກໄວໂອເລ໊ດ ໂດຍເຂົາສາມາດຂາຍໄດ້ແບບເທນ້ຳເທທ່າ ເຮັດໃຫ້ລ່າສຸດເຂົາໄດ້ເພີ່ມກິ່ນ

ຊ໊ອກໂກແລັດເຂົ້າໄປອີກກິ່ນໜຶ່ງ ເພື່ອວາງຈຳໜ່າຍໃນໄລຍະເທສະການຄຣິສມາສນີ້.

 

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)