spot_img
Homeຂ່າວຕ່າງປະເທດກຳປູເຈຍ ຈັດງານເທດສະການເຂົ້າ ຕັ້ງເປົ້າສົ່ງອອກ 1 ລ້ານໂຕນ ໃນປີ 2015

ກຳປູເຈຍ ຈັດງານເທດສະການເຂົ້າ ຕັ້ງເປົ້າສົ່ງອອກ 1 ລ້ານໂຕນ ໃນປີ 2015

Published on

557000013734001

 

ກຳປູເຈຍ ຈັດງານເທດສະການເຂົ້າ ຄັ້ງທີ 2 ໃນວັນທີ 18 ພະຈິກຜ່ານມາ ຕັ້ງເປົ້າສົ່ງເສີມການສົ່ງອອກເຂົ້າ 1 ລ້ານ

ໂຕນ ໃນປີ 2015.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 19 ພະຈິກນີ້ວ່າ ກຳປູເຈຍໄດ້ນຳເອົາເຂົ້າຫລາກຫລາຍສາຍພັນ ມາຈັດ

ສະແດງໃນເທດສະການດັ່ງກ່າວນີ້ ເຊິ່ງຈະຈັດຂຶ້ນເປັນເວລາ 3 ມື້ (18 – 20 ພະຈິກ) ລວມທັງມີການປະກວດເຂົ້າທີ່

ດີທີ່ສຸດ ແລະ ການຊີມອາຫານຈາກເມນູເຂົ້າຂອງກຳປູເຈຍ ແລະ ພ້ອມນັ້ນກໍຈະມີກອງປະຊຸມເຂົ້າໂລກ ເຊິ່ງຈະໄດ້

ໄຂຂຶ້ນໃນມື້ວັນທີ 19 ພະຈິກນີ້ອີກດ້ວຍ.

 

ທ່ານ ໂສກ ພຸດທີວຸດ ປະທານສະມາຄົມເຂົ້າກຳປູເຈຍ ໄດ້ກ່າວໃນພິທີເປີດງານ ພ້ອມທັງລະບຸອີກວ່າ ລັດຖະບານ

ກຳປູເຈຍ ກຳລັງມຸ່ງໝັ້ນທີ່ຈະສົ່ງອອກເຂົ້າສານ ໃນຈຳນວນ 1 ລ້ານໂຕນ ພາຍໃນປີ 2015 ໂດຍເຂົ້າຫອມຂອງກຳ

ປູເຈຍ ເປັນເຂົ້າທີ່ໄດ້ຮັບຄວາມນິຍົມຈາກລົດຊາດທີ່ແຊບ ເຊິ່ງຖືກຮັບຮອງດ້ວຍລາງວັນເຂົ້າທີ່ດີທີ່ສຸດຂອງໂລກ

2 ປີຕິດຕໍ່ກັນ ຈາກການປະກວດເຂົ້າໃນອິນໂດເນເຊຍ ເມື່ອປີ 2012 ແລະ ທີ່ຮົງກົງໃນປີ 2013.

 

ເນື່ອງຈາກປະຊາກອນຂອງກຳປູເຈຍ ກ່ວາ 80% ມີອາຊີບເປັນຊາວກະສິກອນ ກຳປູເຈຍຈິ່ງສາມາດຜະລິດເຂົ້າ

ເປືອກໄດ້ 9.4 ລ້ານໂຕນ ໃນປີ 2013 ແລະ ຈາກຈຳນວນດັ່ງກ່າວນັ້ນ ໄດ້ເຫລືອເປັນເຂົ້າສານສຳລັບສົ່ງອອກໃນປີ

ນີ້ກ່ວາ 3 ລ້ານໂຕນ.

 

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...