spot_img
Homeຂ່າວຕ່າງປະເທດຄັ້ງທຳອິດໃນປະຫວັດສາດ! ຈີນອອກວີຊາ 10 ປີ ໃຫ້ຊາວອາເມຣິກັນ!

ຄັ້ງທຳອິດໃນປະຫວັດສາດ! ຈີນອອກວີຊາ 10 ປີ ໃຫ້ຊາວອາເມຣິກັນ!

Published on

557000013554601

 

ຈີນອອກວີຊ່າອາຍຸ 10 ປີ ໃຫ້ກັບປະຊາຊົນສັນຊາດອາເມຣິກັນ ເພື່ອກະຊັບຄວາມສຳພັນສອງປະເທດ ດ້ວຍການ

ປະກາດຂໍ້ຕົກລົງຄວາມຮ່ວມມືທາງການຄ້າ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ພະຈິກນີ້ວ່າ ທ້າວ ເອັດມັນ ດາວນີ້ ສັນຊາດອາເມຣິກັນ ໄດ້ຮັບວີຊາ

ອາຍຸ 10 ປີ ເຊັ່ນດຽວກັບປະຊາຊົນສັນຊາດອາເມຣິກັນອີກຫລາຍຄົນ ທີ່ຕ່າງກໍໄດ້ຮັບສິດທິຢູ່ອາໄສໃນປະເທດຈີນ

ເປັນໄລຍະຍາວ ຄັ້ງທຳອິດໃນປະຫວັດສາດຂອງຄວາມສຳພັນລະຫວ່າງຈີນ ແລະ ສະຫະລັດອາເມຣິກາ.

 

ທັງນີ້ ພາຍໃຕ້ຂໍ້ຕົກລົງໃໝ່ ຈີນ ແລະ ສະຫະລັດ ໄດ້ຂະຫຍາຍໄລຍະເວລາ ສຳລັບວີຊ່າປະເພດທຸລະກິດ ແລະ ນັກ

ທ່ອງທ່ຽວ ໃຫ້ມີກຳນົດອາຍຸສູງສຸດເຖິງ 10 ປີ ໃນຂະນະທີ່ວີຊ່າສຳລັບການສຶກສາ ກໍຂະຫຍາຍອາຍຸໄປເປັນ 5 ປີ.

 

ແຫລ່ງຂ່າວຍັງໄດ້ລະບຸອີກວ່າ ການຂະຫຍາຍອາຍຸຂອງວີຊານັກທ່ອງທ່ຽວໃໝ່ນີ້ ຈະເຮັດໃຫ້ນກທ່ອງທ່ຽວຊາວຈີນ

ສາມາດເດີນທາງໄປສະຫະລັດອາເມຣິກາໄດ້ຢ່າງເຕັມທີ່ ເຊິ່ງປັດຈຸບັນອັດຕາສ່ວນຂອງນັກທ່ອງທ່ຽວຕ່າງປະເທດ

ໃນສະຫະລັດ ແມ່ນມີນັກທ່ອງທ່ຽວຈີນພຽງແຕ່ 2% ເທົ່ານັ້ນ.

 

557000013554602
ທ້າວ ເອັດມັນ ດາວນີ້ ຜູ້ທີ່ໄດ້ຮັບວີຊາ 10 ປີຈາກຈີນ ເປັນຜູ້ທຳອິດໃນປະຫວັດສາດ

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...