spot_img
Homeຂ່າວຕ່າງປະເທດຈີນຕະລຶງ! ໝູລ້ຽງກິນເດັກນ້ອຍ 2 ປີ ຢູ່ແຂວງຈຽງຊູ!

ຈີນຕະລຶງ! ໝູລ້ຽງກິນເດັກນ້ອຍ 2 ປີ ຢູ່ແຂວງຈຽງຊູ!

Published on

news02-1

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພະຈິກນີ້ວ່າ ສັງຄົມອອນລາຍຂອງຈີນ ກຳລັງກ່າວເຖິງເລື່ອງລາວ

ທີ່ເກີດຂຶ້ນກັບເດັກນ້ອຍຜູ້ເຄາະຮ້າຍ ອາຍຸ 2 ປີ ຖືກພົບເປັນສົບ ຄ້າຍກັບຖືກສັດໃດໜຶ່ງກັດກິນ ໂດຍຜູ້ຕ້ອງຫາ

ໃນຄະດີນີ້ ກັບເປັນໝູເພດແມ່ທີ່ຊາວບ້ານລ້ຽງໄວ້.

 

ແຫລ່ງຂ່າວໄດ້ລະບຸວ່າ ເດັກນ້ອຍຊາຍ ອາຍຸ 2 ປີ ຢູ່ແຂວງຈຽງຊູ ທາງພາກຕາເວັນອອກຂອງປະເທດຈີນ ຖືກພົບ

ກາຍເປັນສົບ ດ້ວຍລັກສະນະແປກປະຫລາດ ເຊິ່ງມີໝູໂຕໜຶ່ງໄດ້ກາຍເປັນຜູ້ຖືກສົງໃສກໍ່ເຫດຂ້າ ແລະ ກິນເດັກ

ນ້ອຍຊາຍຄົນດັ່ງກ່າວ.  ເຈົ້າໜ້າທີ່ຕຳຫລວດໃນທ້ອງຖິ່ນ ໄດ້ເຂົ້າກວດສອບ ແລະ ຈັບໝູແມ່ໂຕໜຶ່ງທີ່ຊາວບ້ານ

ລ້ຽງໄວ້ ໃນຖານະຜູ້ຕ້ອງສົງໃສ ແລະ ດ້ວຍຄວາມຈຳເປັນ ເຈົ້າໜ້າທີ່ຕຳຫລວດຈິ່ງໄດ້ຂ້າ ແລະ ຜ່າທ້ອງໝູເພື່ອພິ

ສູດດ້ວຍການກວດກາອະໄວຍະວະພາຍໃນຂອງໝູດັ່ງກ່າວ ເຊິ່ງຫລັງຈາກຜ່ານການກວດສອບ ເຈົ້າໜ້າທີ່ກໍໄດ້

ພົບກັບຊິ້ນສ່ວນກະໂຫລກຫົວ ແລະ ເສດຜົມຂອງເດັກນ້ອຍຜູ້ເຄາະຮ້າຍດັ່ງກ່າວ ປະປົນຢູ່ກັບເສດຮຳໃນຊ່ອງ

ທ້ອງຂອງໝູໂຫດຮ້າຍໂຕດັ່ງກ່າວ.

 

ທັງນີ້ ກ່ອນເກີດເຫດ ເດັກນ້ອຍຜູ້ເຄາະຮ້າຍ ໄດ້ເຂົ້າໄປແລ່ນຫລິ້ນໃນເຂດບູຮານສະຖານ ເຊິ່ງຢູ່ຫ່າງຈາກເຮືອນ

ປະມານ 10 ແມັດ ກ່ອນທີ່ເດັກນ້ອຍຜູ້ດັ່ງກ່າວຈະຫາຍຕົວໄປ ແລະ ບໍ່ເຫັນກັບຄືນມາເຮືອນ ຈົນພາຍຫລັງຕໍ່ມາ

ຈິ່ງພົບກາຍເປັນສົບເສຍຊີວິດໄປແລ້ວ ໂດຍສະພາບຂອງສົບແມ່ນຖືກກັດກິນຕາມຮ່າງກາຍ ໂດຍສະເພາະບໍລິ

ເວນຫົວທີ່ຫາຍໄປບາງສ່ວນ ຈົນກາຍເປັນປະເດັນທີ່ສັງຄົມອອນລາຍຂອງຈີນ ໂຈດຂານກັນໜາຫູໃນເວລານີ້.

 

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...