spot_img
Homeຂ່າວຕ່າງປະເທດຊຳຊຸງ ລົງທຶນອີກ 3 ຕື້ໂດລາ ສ້າງໂຮງງານຜະລິດສະມາດໂຟນແຫ່ງທີ 2 ໃນຫວຽດນາມ

ຊຳຊຸງ ລົງທຶນອີກ 3 ຕື້ໂດລາ ສ້າງໂຮງງານຜະລິດສະມາດໂຟນແຫ່ງທີ 2 ໃນຫວຽດນາມ

Published on

557000013402801

 

ບໍລິສັດຊຳຊຸງເອເລັກໂຕນິກ ຂອງເກົາຫລີໃຕ້ ຍື່ນຂໍອະນຸມັດລົງທຶນສ້າງໂຮງງານຜະລິດສະມາດໂຟນແຫ່ງທີ 2 ໃນພາກ

ເໜືອຂອງຫວຽດນາມ ມູນຄ່າ 3 ຕື້ໂດລາ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 11 ພະຈິກນີ້ວ່າ ບໍລິສັດຊຳຊຸງເອເລັກໂຕນິກຫວຽດນາມ ວາງແຜນທີ່ຈະສ້າງ

ໂຮງງານຜະລິດມືຖືສະມາດໂຟນອີກແຫ່ງໜຶ່ງ ໃນແຂວງຖາຍຫວຽນ ຫລັງຈາກທີ່ບໍລິສັດໄດ້ເປີດໂຮງງານຜະລິດສະມາດ

ໂຟນມູນຄ່າ 2 ຕື້ໂດລາໄປແລ້ວແຫ່ງໜຶ່ງຢູ່ຫວຽດນາມ ເມື່ອເດືອນມີນາທີ່ຜ່ານມາ.

 

ໂຮງງານຜະລິດສະມາດໂຟນແຫ່ງທຳອິດຂອງຊຳຊຸງໃນຫວຽດນາມ ໄດ້ສ້າງລາຍຮັບຈາກການສົ່ງອອກແລ້ວ 1,9 ຕື້ໂດລາ

ໃນໄລຍະ 4 ເດືອນທຳອິດຂອງການດຳເນີນການຜະລິດ ໂດຍອີງຕາມການລາຍງານຂອງອົງການປົກຄອງທ້ອງຖິ່ນແຂວງ

ຖາຍຫວຽນ ພ້ອມທັງຍັງຄາດການອີກວ່າ ລາຍໄດ້ທັງໝົດຂອງບໍລິສັດ ຈະເພີ່ມຂຶ້ນຫລາຍກ່ວາ 67% ຢູ່ທີ່ 13,4 ຕື້ໂດລາ

ພາຍໃນປີໜ້າ.

 

 

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...