spot_img
Homeຂ່າວຕ່າງປະເທດຊາວກຳປູເຈຍຫລາຍໝື່ນຄົນ ມຸ່ງເຂົ້າເມືອງຫລວງ ສະຫລອງເທດສະການນ້ຳ

ຊາວກຳປູເຈຍຫລາຍໝື່ນຄົນ ມຸ່ງເຂົ້າເມືອງຫລວງ ສະຫລອງເທດສະການນ້ຳ

Published on

557000013205701

 

ຊາວກຳປູເຈຍຫລາຍໝື່ນຄົນ ເດີນທາງມຸ່ງໜ້າເຂົ້າເມືອງຫລວງ ເພື່ອຮ່ວມສະຫລອງເທດສະການນ້ຳ ທີ່ຈັດຂຶ້ນອີກ

ຄັ້ງ ຫລັງໂຈະໄປດົນເຖິງ 3 ປີ ຕັ້ງແຕ່ເຫດຢຽບກັນຕາຍ ໃນປີ 2010.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ງານເທດສະການນ້ຳຂອງກຳປູເຈຍ ໄດ້ເລີ່ມຂຶ້ນແລ້ວ ຕັ້ງແຕ່ວັນພຸດທີ 5 ພະຈິກ

ທີ່ຜ່ານມາ ແລະ ຈະສິ້ນສຸດລົງ ໃນວັນສຸກທີ 7 ພະຈິກທີ່ຈະມາເຖິງນີ້ ເຊິ່ງຖືເປັນເທດສະການທີ່ໃຫຍ່ທີ່ສຸດຂອງປະເທດ

ມີປະຊາຊົນຫລາຍໝື່ນຄົນ ເດີນທາງເຂົ້າມາຮ່ວມຊົມການແຂ່ງເຮືອ ທີ່ຈັດຂຶ້ນເທິງແມ່ນ້ຳຕົງເລສາບ ຕໍ່ໜ້າພະລາຊະ

ວັງໃນນະຄອນຫລວງພະນົມເປັນ.

 

ເທດສະການນ້ຳ ເປັນສັນຍາລັກທີ່ບົ່ງບອກເຖິງການປ່ຽນທິດແການໄຫລຂອງນ້ຳ ໃນແມ່ນ້ຳຕົງເລສາບ ທີ່ເຊື່ອມຕໍ່ກັບ

ຕົງເລສາບ ເຊິ່ງເປັນທະເລສາບທີ່ໃຫຍ່ທີ່ສຸດໃນກຳປູເຈຍ ແລະ ແມ່ນ້ຳຂອງ.

 

ທ່ານ ເບືອ ຊຸມສະເຣີຍ ຮອງປະທານຄະນະກຳມະການຄວບຄຸມການແຂ່ງເຮືອ ໄດ້ກ່າວໃນວານນີ້ (5 ພະຈິກ) ວ່າ ມີເຮືອ

ມັງກອນເຂົ້າຮ່ວມແຂ່ງຂັນປະມານ 245 ລຳ ພ້ອມກັບຝີພາຍຈາກທົ່ວປະເທດ ປະມານ 17,000 ຄົນ ສຳລັບເທດສະການ

ໃນປີນີ້.

 

ໃນລະຫວ່າງເທດສະການນ້ຳ 3 ວັນ ນອກຈາກຈະມີການຊົມການແຂ່ງຂັນເຮືອຍາວໃນຕອນກາງເວັນແລ້ວ ຜູ້ທີ່ມາທ່ຽວ

ຊົມງານ ຍັງສາມາດເພີດເພີນໄປກັບການຮັບຊົມເຮືອໄຟ ແລະ ດອກໄມ້ໄຟ ເໜືອແມ່ນ້ຳຕົງເລສາບ ບໍລິເວນໜ້າພະລາ

ຊະວັງໃນເວລາກາງຄືນ ເຊິ່ງປະກອບມີການວາງສະແດງສິນຄ້າ ແລະ ການສະແດງດົນຕີຕ່າງໆອີກດ້ວຍ.

 

ເທດສະການນ້ຳຂອງກຳປູເຈຍ ຈັດຂຶ້ນໃນປີນີ້ຖືເປັນເທື່ອທຳອິດ ຫລັງຈາກໂຈະໄປເປັນເວລາ 3 ປີ ຈາກເຫດການທີ່ປະຊາ

ຊົນຢຽບກັນຕາຍເທິງຂົວທີ່ແອອັດ ໃນຄືນສຸດທ້າຍຂອງການຈັດງານ ໃນປີ 2010 ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ

ເຖິງ 353 ຄົນ.

 

CAMBODIA-FESTIVAL

CAMBODIA-CULTURE-FESTIVAL

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...