spot_img
Homeຂ່າວການພັດທະນາ 11% ຂອງແມ່ຍິງລາວ ແຕ່ງດອງກ່ອນອາຍຸ 15 ປີ!

11% ຂອງແມ່ຍິງລາວ ແຕ່ງດອງກ່ອນອາຍຸ 15 ປີ!

Published on

hlkyuz8p+copy

ໃນພິທີສະເຫຼີມສະຫຼອງວັນປະຊາກອນໂລກເມື່ອມໍ່ໆມານີ້, ຜູ້ຕາງໜ້າອົງການສະຫະປະ ຊາຊາດກອນທືນສຳລັບ ປະຊາກອນ (UNFPA) ໄດ້ລາຍງານໃຫ້ຮູ້ວ່າ: ຫຼາຍປີຜ່ານ ມາປະຊາກອນຂອງລາວເພີ່ມຂຶ້ນຫຼາຍສົມຄວນ, ຊຶ່ງໃນນັ້ນປະຊາກອນໜຸ່ມອາຍຸຕ່ຳກວ່າ 25 ປີ, ກວມຫຼາຍກວ່າ 60 % ຂອງປະຊາກອນທັງໝົດ, ແຕ່ກຸ່ມປະຊາກອນດັ່ງ ກ່າວ ຍັງມີຄວາມສ່ຽງຫຼາຍ, ຊຶ່ງຕາມຜົນການສຳຫຼວດໃຫ້ເຫັນວ່າແມ່ຍິງລາວ 11% ໄດ້ແຕ່ງງານ ກ່ອນ ອາຍຸ15 ປີ ຍ້ອນສະພາບຄອບຄົວ ແລະ ການບໍ່ໄດ້ເຂົ້າເຖິງການສຶກສາ, ເຖິງວ່າຈະ ມີກົດໜາຍຄອບຄົວ ວ່າດ້ວຍການສົມລົດທີ່ກຳນົດ ການແຕ່ງງານອາຍຸ 18 ປີຂຶ້ນໄປໄດ້ ຖືກບັງຄັບໃຊ້ໃນຫຼາຍປີຜ່ານມາແລ້ວກໍຕາມ, ແຕ່ກໍຍັມີແມ່ຍິງໃນເຂດຊົນນະບົດ ຫ່າງ ໄກສອກຫຼີກ, ແລະ ຜົນການສຳຫຼວດຍັງຊີ້ໃຫ້ເຫັນວ່າແມ່ຍິງ 1 ໃນ 5 ຄົນ ທີ່ຢາກໃຊ້ການວາງແຜນຄອບຄົວແຕ່ບໍ່ສາ ມາດເຂົ້າເຖິງໄດ້ສ່ວນຫຼາຍແມ່ນໄວໜຸ່ມ(ອາຍຸ 15- 19 ປີ )ໃນເຂດຊົນນະບົດ, ຫ່າງໄກສອກຫຼີກ .

ຕໍ່ບັນຫາດັ່ງກ່າວມັນໄດ້ເຮັດໃຫ້ເຂົ້າເຈົ້າມີຄວາມສ່ຽງຫຼາຍຢ່າງ ແລະ ຈະກາຍເປັນປະເທດທີ່ມີການແຕ່ງງານ ແລະ ຖືພາແຕ່ອາ ຍຸຍັງນ້ອຍ, ຊຶ່ງມັນໄວເກີນໄປສຳລັບການທີ່ຈະເປັນແມ່, ສິ່ງນີ້ສ່ວນໜຶ່ງແມ່ນເກີດມາຈາກການ ເຂົ້າເຖິງຂໍ້ມູນສຸຂະພາບຈະເລີນພັນມີຈຳ ກັດ ແລະ ຈະເຮັດໃຫ້ແມ່ຍິງ ແລະ ເດັກຍິງເຫຼົ່ານັ້ນມີຄວາມ ສ່ຽງຕໍ່ການຕິດເຊື້ອພະຍາດທາງເພດ ແລະ ພະຍາດ HIV, ເພື່ອແກ້ໄຂບັນຫານີ້ປັດຈຸບັນລັດຖະ ບານລາວຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານປະຊາກອນ, ໂດຍສະ ເພາະແມ່ນການສ້າງ ຄວາມເຂັ້ມແຂງ ແລະ ມອບສິດເປັນເຈົ້າໃຫ້ແມ່ຍິງ ແລະ ໄວໜຸ່ມຍິງໃນການເລືອກ ແລະ ຕັດສິນໃຈ ຕໍ່ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຂອງເຂົາເຈົ້າເອງ ແລະ ຮັບປະກັນໃຫ້ເຂົາເຈົ້າໄດ້ເຂົ້າ ໂຮງຮຽນຈົນຈົບ, ເພື່ອສາມາດປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງສັງຄົມ ແລະ ການສ້າງສາພັດ ທະນາປະເທດຊາດໄດ້ຢ່າງເຕັມສ່ວນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)