spot_img
Homeຂ່າວພາຍ​ໃນລັດຖະມົນຕີວ່າການກະຊວງການເງິນເຜີຍ ລັດມີແຜນປັບດັດສະນີເງິນເດືອນ ສົກ 2016-2017 ເປັນຕົ້ນໄປ!

ລັດຖະມົນຕີວ່າການກະຊວງການເງິນເຜີຍ ລັດມີແຜນປັບດັດສະນີເງິນເດືອນ ສົກ 2016-2017 ເປັນຕົ້ນໄປ!

Published on

lian-thikeo

ທ່ານ ດຣ ລຽນທິແກ້ວ ລັດຖະມົນຕີວ່າການກະຊວງການເງິນ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 22 ທັນ ວາ 2015 ຜ່ານມາວ່າ: ເລີ່ມແຕ່ສົກ 2016-2017 ເປັນຕົ້ນໄປ ຈະເພີ່ມດັດສະນີເງິນເດືອນປີລະບໍ່ຫຼຸດ 500 ກີບຕໍ່ໜຶ່ງດັດສະນີ ກວມເອົາ 40% ຂອງລາຍຮັບພາຍໃນ ເຊິ່ງບັນຫາດັ່ງກ່າວ ແມ່ນເກີດມາຈາກ ຜົນການຈັດຕັ້ງປະຕິບັດນະໂຍບາຍງົບປະມານ, ການເງິນລວມສູນເປັນເອກະພາບ ແຕ່ສູນກາງຮອດທ້ອງຖິ່ນເຂັ້ມແຂງຂຶ້ນ, ການແບ່ງຂັ້ນຄຸ້ມຄອງຂະແໜງການເງິນ ໄດ້ເລີ່ມເຂົ້າສູ່ທິດທາງການຈັດຕັ້ງປະຕິບັດທິດນໍາ 3 ສ້າງ, ພວກເຮົາສູ້ຊົນຈັດເກັບລາຍຮັບ ໄດ້ຕາມແຕ່ລະສົກງົບປະມານ; ສາມາດຄວບຄຸມການຂາດດຸນງົບປະມານ ບໍ່ໃຫ້ເກີນແຜນທີ່ສະພາແຫ່ງຊາດຮັບຮອງເອົາ; ບັນດານິຕິກໍາ ແລະ ກົດໝາຍເພື່ອເປັນເຄື່ອງມື ໃຫ້ແກ່ການຄຸ້ມຄອງມະຫາພາກຂະແໜງການເງິນ ໄດ້ຮັບການພັດທະນາ ດ້ວຍບາດກ້າວທີ່ແຂງແຮງກວ່າເກົ່າ.

ໃນແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII ມີຫຼາຍບັນຫາທີ່ໄດ້ກໍານົດຄາດໝາຍມະຫາພາກ ຮອດປີ 2020 ໃນດ້ານລາຍຮັບລວມ ຕ້ອງສູ້ຊົນສຸດຂີດ ປະຕິບັດລາຍຮັບງົບປະມານທັງໝົດ ໃຫ້ໄດ້ປະມານ 172 ພັນຕື້ີກີບ, ສະເລ່ຍບໍ່ຫຼຸດ 23% ຂອງ GDP ທຽບໃສ່ປະຕິບັດໃນ 5 ປີ ຜ່ານມາເພີ່ມຂຶ້ນ 73%, ລາຍຮັບພາຍໃນໃຫ້ໄດ້ປະມານ 155 ພັນຕື້ີກີບ, ສະເລ່ຍປະມານ 20% ຂອງ GDP ກວມເອົາປະມານ 90% ຂອງລາຍຮັບທັງໝົດ, ສະເລ່ຍແລ້ວແຕ່ລະປີເພີ່ມຂຶ້ນ 15% ທຽບໃສ່ປະຕິບັດໃນ 5 ປີ ຜ່ານມາ ເພີ່ມຂຶ້ນເທົ່າຕົວ ແລະ ດ້ານລວມຍອດລາຍຈ່າຍ ປະຕິບັດລາຍຈ່າຍບໍ່ໃຫ້ເກີນ 190 ພັນຕື້ີກີບ ທຽບໃສ່ປະຕິບັດໃນ 5 ປີ ຜ່ານມາ ເພີ່ມຂຶ້ນ 71%, ຖ້າທຽບໃສ່ລວມຍອດຜະລິດຕະພັນພາຍ ໃນບໍ່ໃຫ້ເກີນ 26%, ລາຍຈ່າຍເງິນເດືອນຄາດຄະເນປະມານ 61,5 ພັນຕື້ີກີບ ກວມ 8,23% ຂອງ GDP ທຽບໃສ່ປະຕິບັດໃນ 5 ປີ ຜ່ານມາເພີ່ມຂຶ້ນປະມານ 90%.

ທ່ານລັດຖະມົນຕີວ່າການກະຊວງການເງິນ ໄດ້ເນັ້ນວ່າ: ຍ້ອນສືບເນື່ອງຈາກຫຼາຍປັດໃຈ ໃນດ້ານລາຍຮັບ ຄາດວ່າໃນສົກງົບປະມານ 2016-2017 ເປັນຕົ້ນໄປ ຈະໄດ້ມີການປັບປຸງ ດັດສະນີເງິນເດືອນ ບໍ່ໃຫ້ຫຼຸດອັດຕາເງິນເຟີ້ໃນແຕ່ລະປີ ຫຼື ເພີ່ມດັດສະນີເງິນເດືອນ ປີລະບໍ່ຫຼຸດ 500 ກີບຕໍ່ໜຶ່ງດັດສະນີ ກວມເອົາ 40% ຂອງລາຍຮັບພາຍໃນ, ໃນໄລຍະ 5 ປີຈະຄຸ້ມຄອງບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ, ລາຍຈ່າຍລົງທຶນຂອງລັດທັງໝົດ ປະມານ 68 ພັນຕື້ີກີບກວມເອົາ 9% ຂອງ GDP, ໃນນັ້ນລາຍຈ່າຍລົງທຶນພາຍໃນຈໍານວນ 25,4 ພັນຕື້ີກີບ ທຽບໃສ່ປະຕິບັດໃນ 5 ປີ ຜ່ານມາເພີ່ມຂຶ້ນ 89%, ການຄຸ້ມຄອງໜີ້ສິນພາກລັດ ໃນ 5 ປີຕໍ່ໜ້າ ຈະຄຸ້ມຄອງບໍ່ໃຫ້ເກີນ 55% ຂອງ GDP,ລາຍຈ່າຍຄັງສະສົມແຫ່ງລັດ ແລະ ລາຍຈ່າຍເພື່ອເຫດບັງເອີນສຸກເສີນ: ເພີ່ມຄັງສະສົມແຫ່ງລັດໃຫ້ໄດ້ປະມານ 3 ພັນຕື້ີກີບກວມເອົາ 2% ຂອງລາຍຮັບພາຍໃນ ໃນ 5 ປີ.

ສໍາລັບແຫຼ່ງລາຍຮັບງົບປະມານ 5 ປີຂ້າງໜ້ານີ້, ສ່ວນໃຫຍ່ແມ່ນລາຍຮັບທີ່ໄດ້ມາຈາກ ຂະແໜງພາສີ ແລະ ສ່ວຍສາອາກອນກວມ 82% ຂອງລາຍຮັບພາຍໃນທັງໝົດ ຫຼື ປະມານ 126,6 ພັນຕື້ີກີບ, ຂະແໜງພະລັງງານກວມ 7% ຫຼື ປະມານ 10,3 ພັນຕື້ີກີບ ( ປະມານ 1,3 ຕື້ໂດລາສະຫະຣັດ ), ໃນໄລຍະ 5 ປີຕໍ່ໜ້ານີ້ ລາຍຮັບຈາກແຫຼ່ງພະລັງງານ ຈະສາມາດທົດແທນ ລາຍຮັບຈາຂະແໜງບໍ່ແຮ່ໄດ້, ສະ ຫຼຸບລວມແລ້ວ ເຫັນວ່າແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII ແມ່ນມີລັກສະນະຕັ້ງໜ້າ ຂຶ້ນກ່ວາເກົ່າຫຼາຍ, ລາຍຮັບຈາກແຫຼ່ງງົບປະມານພາຍໃນ ສາມາດຮັບປະກັນລາຍຈ່າຍເງິນເດືອນ, ບໍລິຫານ, ລາຍຈ່າຍລົງທຶນ, ລາຍຈ່າຍຊໍາລະໜີ້ສິນ ແລະ ລາຍຈ່າຍອື່ນໆໄດ້ເຖິງ 88%.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)