WHO ເຕືອນ! ວັກຊີນຢ່າງດຽວບໍ່ສາມາດຢຸດການແຜ່ເຊື້ອໂຄວິດໄດ້

FILE PHOTO: World Health Organization (WHO) Director-General Tedros Adhanom Ghebreyesus attends a news conference organized by Geneva Association of United Nations Correspondents (ACANU) amid the COVID-19 outbreak, caused by the novel coronavirus, at the WHO headquarters in Geneva Switzerland July 3, 2020. Fabrice Coffrini/Pool via REUTERS/File Photo

ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ການທີ່ໃຊ້ວັກຊີນພຽງຢ່າງດຽວ ແມ່ນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ພາຍຫຼັງເອີຣົບໄດ້ລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ເກືອບ 2 ລ້ານກໍລະນີພຽງໜຶ່ງອາທິດ ເຊິ່ງເປັນໜຶ່ງອາທິດ ທີ່ເອີຣົບພົບກໍລະນີຕິດເຊື້ອເພີ່ມໃໝ່ຫຼາຍທີ່ສຸດນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

ຕາມ​ຂ່າວ​ CRI ລາຍງານ: ທ່ານເຕໂດຼສ ອັດຮານົມ ເກເບຼເຢຊຸສ, ຜູ້ອຳນວຍການໃຫຍ່ WHO ໄດ້ປະກອບຄວາມເຫັນກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ເອີຣົບ ໂດຍຊີ້ໃຫ້ເຫັນວ່າ: ຢູ່ປະເທດເອີຣົບຕາເວັນຕົກຈຳນວນໜຶ່ງທີ່ມີອັດຕາສັກວັກຊີນໂຄວິດ-19 ສູງ​ ແລະ​ນຳໜ້າໂລກກໍ່ໄດ້ປະສົບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຊິ່ງເປັນການເຕືອນໃຫ້ຄົນທັງຫຼາຍຮູ້ວ່າ, ພຽງແຕ່ອາໄສວັກຊີນເທົ່ານັ້ນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19. ປະເທດຕ່າງໆຕ້ອງໃຊ້ມາດຕະການແບບສັງລວມ, ເພື່ອຊອກຫາຄວາມດຸນດ່ຽງກັນລະຫວ່າງການປ້ອງກັນ​ ແລະ​ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການຟື້ນຟູເສດຖະກິດສັງຄົມ.

ທ່ານ​ ເຕໂດຼສ ອັດຮານົມ ເກເບຼເຢຊຸສ ຍັງ​ກ່າວວ່າ: ພວກເຮົາສືບຕໍ່ມີຂໍ້ສະເໜີໃຫ້ປະເທດຕ່າງໆດຳເນີນການກວດຫາເຊື້ອ ໃສ່ຜ້າປິດປາກ ແລະດັງ, ຮັກສາໄລຍະຫ່າງທາງສັງຄົມ, ຫຼີກລ່ຽງການຊຸມນຸມກັນ ແລະໃຊ້ມາດຕະການອື່ນໆ ໂດຍອີງຕາມສະພາບຕົວຈິງຂອງປະເທດຕົນ, ປະເມີນສະພາບພະຍາດຂອງປະເທດຕົນເລື້ອຍໆ, ແລະປັບປຸງມາດຕະການໃຫ້ເໝາະສົມກັບສະພາບຕົວຈິງຢ່າງທັນການ.