WHO ເຕືອນວິກິດການລະບາດຂອງພະຍາດໂຄວິດ-19 ອາດແກ່ຍາວເຖິງປີ 2022

ວິກິດການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກຍັງບໍ່ຈົບງ່າຍ ເມື່ອອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ວິກິດດັ່ງກ່າວຈະແກ່ຍາວໄປຈົນຮອດປີ 2022 ເນື່ອງຈາກປະຊາກອນໃນບັນດາປະເທດທຸກຍາກໃນທະວີບອາຝຣິກກາເຂົ້າເຖິງວັກຊີນໄດ້ພຽງແຕ່ 5%.

ດຣ. ບຣູສ ເອລວາດ, ຫົວໜ້າອາວຸໂສປະຈຳ WHO ກ່າວວ່າ: ການທີ່ປະຊາກອນໃນບັນດາປະເທດທຸກຍາກໃນທະວີບອາຝຣິກກາເຂົ້າເຖິງວັກຊີນໄດ້ພຽງແຕ່ 5% ນັ້ນ ໝາຍຄວາມວ່າ ວິກິດການລະບາດຂອງພະຍາດໂຄວິດ-19 ຈະແກ່ຍາວໄປຕື່ມອີກໜຶ່ງປີ ຈິ່ງໄດ້ຮຽກຮ້ອງໃຫ້ບັນດາປະເທດຮັ່ງມີທັງຫຼາຍຍົກເລີກຄິວການຈອງວັກຊີນ ໂດຍໃຫ້ບັນດາປະເທດທຸກຍາກໄດ້ຮັບບູລິມະສິດກ່ອນ ເນື່ອງຈາກປັດຈຸບັນ, ວັກຊີນສ່ວນໃຫຍ່ແມ່ນສົ່ງມອບໃຫ້ກັບປະເທດຮັ່ງມີເປັນລຳດັບຕົ້ນໆ ຮອງລົງມາກໍແມ່ນປະເທດທີ່ມີລາຍໄດ້ປານກາງ ຂະນະທີ່ປະເທດຕ່າງໆໃນທະວີບອາຝຣິກກາໄດ້ຮັບວັກຊີນພຽງແຕ່ 2.6% ຂອງຈຳນວນວັກຊີນທີ່ຜະລິດອອກມາ.

ຢ່າງໃດກໍຕາມ, ອົງການຊ່ວຍເຫຼືອທາງການກຸສົນຕ່າງໆເຊັ່ນ Oxfam ແລະ UNAids ກໍໄດ້ວິພາກວິຈານປະເທດການາດາ ແລະອັງກິດ ທີ່ໄດ້ມີການຈັດຫາວັກຊີນໃຫ້ກັບພົນລະເມືອງຂອງປະເທດຕົນຜ່ານໂຄງການ Covax ເຊິ່ງເປັນໂຄງການທີ່ອົງການສະຫະປະຊາຊາດຈັດຕັ້ງຂຶ້ນມາ ເພື່ອຕ້ອງການແຈກຢາຍວັກຊີນໃຫ້ແກ່ປະເທດຕ່າງໆຢ່າງເປັນທຳ.

ຂໍ້ມູນຈາກ: ໄທຣັດອອນໄລນ໌