WHO ເຊື່ອວ່າໄວຣັສໂຄວິດ-19 ອາດບໍ່ໄດ້ຫຼຸດອອກມາຈາກຫ້ອງທົດລອງອູ່່ຮັ່ນ

ທີມຜູ້ຊ່ຽວຊານຂອງອົງການອານາໄມໂລກໃຫ້ຂໍ້ສະຫຼຸບວ່າ ເຊື້ອໄວຣັສໂຄວິດ-19 ອາດຈະບໍ່ໄດ້ຫຼຸດອອກມາຈາກຫ້ອງທົດລອງທາງວິທະຍາສາດຂອງສະຖາບັນວິໄຈໃນເມືອງອູ່ຮັ່ນປະເທດຈີນ ຄາດວ່າຈະແຜ່ລາມຈາກສັດສູ່ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງອູ່ຮັ່ນ ປະເທດຈີນ ເມື່ອວັນທີ 9 ກຸມພາ 2021 ວ່າ ສະຖາບັນໄວຣັສວິທະຍາອູ່ຮັ່ນ ເຮັດການລວບລວມຕົວຢ່າງເຊື້ອໄວຣັສຢ່າງໄວວາ ຈົນເຮັດໃຫ້ເກີດຂໍ້ກ່າວຫາວ່າອາດເປັນຕົ້ນຕໍຂອງການແຜ່ລະບາດຂອງໄວຣັສໂຄວິດ-19 ອອກມາຈາກຫ້ອງທົດລອງຂອງສະຖາບັນເຂົ້າສູ່ຊຸມຊົນ ແຕ່ທາງລັດຖະບານຈີນໄດ້ປະຕິເສດປະເດັນດັ່ງກ່າວ ແລະ ນຳສະເໜີປະເດັນເຖິງທີ່ມາຂອງໄວຣັສໂຄວິດ.

ດັ່ງນັ້ນ, ທີມຜູ້ຊ່ຽວຊານຂອງອົງການອານາໄມໂລກຈຶ່ງໄດ້ເດີນທາງມາຢຽມຢາມ ແລະ ສອບສວນໂຣກເພື່ອຫາທີ່ມາຂອງໄວຣັສໃນເມືອງອຸ່ຮັ່ນ ຈຸດທຳອິດທີ່ພົບການແຜ່ລະບາດເມື່ອເດືອນທັນວາ 2019 ພ້ອມກັບສອບສວນຫາຫຼາຍສາເຫດວ່າໄວຣັສເຂົ້າມາລະບາດໃນຄົນໄດ້ແນວໃດຈົນກາຍເປັນການລະບາດໃຫຍ່ ແລະ ເຮັດໃຫ້ມີຄົນເສຍຊີວິດທົ່ວໂລກກວ່າ 2.3 ລ້ານຄົນ.

ຮຽບຮຽງຂ່າວ: ພຸດສະດີ