WHO ກັງວົນຄວາມບໍ່ເທົ່າທຽມທາງວັກຊີນໂຄວິດ-19 ແລະ ຂໍໃຫ້ບໍລິສັດຢາຊ່ວຍຜະລິດວັກຊີນໃຫ້ໄວຂື້ນ

ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດການຢາຊ່ວຍແບ່ງປັນໂຮງງານຜະລິດຢາເພື່ອຊ່ວຍເລັ່ງການຜະລິດວັກຊີນໂຄວິດ-19 ໃຫ້ໄວຂື້ນ. ທ່ານໄດ້ກ່າວວ່າເກືອບ 130 ປະເທດທົ່ວໂລກ ເຊິ່ງມີປະຊາກອນລວມກັນຫຼາຍກ່ວາ 2,5 ພັນຕື້ຄົນຍັງບໍ່ໄດ້ຮັບຢາວັກຊີນ.

ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ປະເທດຮັ່ງມີຈົ່ງບໍລິຈາກວັກຊີນປ້ອງກັນໂຣກໂຄວິດ-19 ຕໍ່ປະເທດທີ່ທຸກຍາກພາຍຫຼັງທີ່ໄດ້ສຳເລັດການສັກຢາວັກຊີນໃຫ້ກັບພະນັກງານແພດໝໍ ແລະ ກຸ່ມຜູ້ສູງອາຍຸຮຽບຮ້ອຍແລ້ວ.

ຜູ້ອຳນວຍການໃຫຍ່ຂອງ WHO ກ່າວວ່າ ຈຳນວນການສັກຢາວັກຊີນໃນທົ່ວໂລກໄດ້ເຮັດໃຫ້ອັດຕາການປ້ອງກັນພະຍາດໂຄວິດ-19 ຫຼຸດລົງ, ແຕ່ທ່ານໄດ້ຮຽກຮ້ອງໃຫ້ມີການສັກຢາກັນພະຍາດຢ່າງເທົ່າທຽມກັນ ແລະ ວິພາກວິຈານກ່ຽວກັບຄວາມບໍ່ສະເໝີພາບທົ່ວໂລກໃນການເຂົ້າເຖິງຢາວັກຊີນ. ທ່ານກ່າວວ່າມັນບໍ່ຖືກຕ້ອງທີ່ຊາວໜຸ່ມໃນປະເທດຮັ່ງມີໄດ້ຮັບການສັກຢາປ້ອງກັນກ່ອນທີ່ຜູ້ສູງອາຍຸ ຫຼືພະນັກງານແພດໃນປະເທດທີ່ທຸກຍາກ ແລະ ຍົກຕົວຢ່າງຂອງປະເທດທີ່ທຸກຍາກປະເທດໜຶ່ງ ທີ່ມີປະຊາກອນໄດ້ຮັບການສັກຢາປ້ອງກັນພຽງແຕ່ 25 ໂດຣສ.

ຮຽບຮຽງຂ່າວ: ພຸດສະດີ