UN ປະນາມລັດຖະບານ ປາເລສໄຕ

ທູດສະຫະປະຊາຊາດອອກມາປະນາມປາເລສໄຕ ພາຍຫຼັງມີການເປີດເຜີຍເອກະສານລັບທີ່ຢັ້ງຢືນວ່າ ຄະນະລັດຖະມົນຕີຊຸດກ່ອນລັກຂຶ້ນເງິນເດືອນຕົນເອງເກີນກວ່າ 60% ທັງທີ່ປະເທດພວມປະສົບບັນຫາທາງການເງິນຢ່າງໜັກ.

ລາຍງານຂ່າວຕ່າງປະເທດເມື່ອວັນທີ 7 ມິຖຸນາຜ່ານມາໃຫ້ຮູ້ວ່າ ທ່ານ ນິກໂຄລາຍ ມະລາດິນອຟ ທູດສັນຕິພາບແຫ່ງສະຫະປະຊາ ຊາດປະຈຳພູມີພາກຕາເວັນອອກກາງໄດ້ອອກມາປະນາມຄະນະລັດຖະບານຂອງປາເລສໄຕ ຫຼັງຈາກມີເອກະສານຮົ່ວໄຫຼທີ່ສະແດງໃຫ້ ເຫັນວ່າຄະນະລັດຖະມົນຕີຊຸດກ່ອນລັກປັບຂຶ້ນເງິນເດືອນຂອງຕົນເອງໃນປີ 2017 ຊຶ່ງເປັນປີທີ່ລັດຖະບານຫຼຸດເງິນເດືອນລູກຈ້າງກວ່າ 50.000 ຄົນ.

ທັງນີ້ ເອກະສານດັ່ງກ່າວລະບຸວ່າ ສະມາຊິກຄະນະລັດຖະມົນຕີໄດ້ຂຶ້ນເງິນເດືອນຈາກ 3.000 ໂດລາເປັນ 5.000 ໂດລາ ຫຼື ຫຼາຍກວ່າ 67% ຂະນະທີ່ປະທານາທິບໍດີ ມາມູດ ອັບບາສ ໄດ້ເພີ່ມຂຶ້ນເປັນ 6.000 ໂດລາ ນອກນີ້ ຍັງມີສິດທິປະໂຫຍດຕ່າງໆລວມມູນຄ່າປະມານ 10.000 ໂດລາໃຫ້ກັບລັດຖະມົນຕີທຸກຄົນອີກດ້ວຍ.

ການກະທຳດັ່ງກ່າວຖືເປັນການກະທຳທີ່ຂັດຕໍ່ເຫດ ແລະ ຜົນ ຊຶ່ງເຮັດໃຫ້ປະຊາຊົນເກີດຄວາມບໍ່ພໍໃຈກັບກໍລະນີດັ່ງກ່າວທັງທີ່ປະ ເທດພວມປະສົບກັບບັນຫາເສດຖະກິດ ແລະ ການເງິນ ທັງນີ້ ນາຍົກລັດຖະມົນຕີຄົນໃໝ່ຂອງປາເລສໄຕທີ່ເຂົ້າຮັບຕຳແໜ່ງເມື່ອເດືອນເມສາຜ່ານມາໄດ້ຕົກລົງຍຸຕິການຂຶ້ນເງິນເດືອນ ແລະ ສັ່ງໃຫ້ມີການກວດສອບ ຊຶ່ງໃນລະຫວ່າງກວດສອບນີ້ບັນດາລັດຖະ ມົນຕີຈະໄດ້ຮັບເງິນເດືອນພຽງແຕ່ເຄິ່ງດຽວ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath